IMFຄາດຄະເນຫລຸດລະດັບເຕີບໂຕເສດຖະກິດທົ່ວໂລກລົງ
(ພາບປະກອບ)
(vovworld) - ວັນທີ 19/01, ກອງທຶນເງິນຕາສາກົນ (IMF) ຄາດຄະເນຫລຸດລະດັບເຕີບໂຕເສດຖະກິດທົ່ວໂລກລົງ ເມື່ອທຽບໃສ່ກັບການຄາດຄະເນ ຊຶ່ງໄດ້ປະກາດໃນເດືອນ 10/2015 ຍ້ອນການຊຸດໂຊມຂອງບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນຄື: ຈີນ ແລະ ລາຄານ້ຳມັນໃນໂລກໄດ້ຫລຸດລົງຢ່າງແຮງ. IMF ຄາດຄະເນວ່າ ຍອດຜະລິດຕະພັນທົ່ວໂລກ (GDP) ຈະບັນລຸລະດັບເຕີບໂຕ 3,4% ໃນປີ 2016, ຫລຸດລົງ 0,2% ເມື່ອທຽບໃສ່ກັບການຄາດຄະເນໃນເດືອນ 10/2015. ໂດຍລະອຽດ, ແມ່ນໃນບົດລາຍງານດັ່ງກ່າວ, IMF ໄດ້ຄາດຄະເນຫລຸດລະດັບເຕີບໂຕຂອງ ອາເມລິກາ ລົງເຫຼືອພຽງ 2,6% ໃນປີ 2016 ແລະ ປີ 2017, ພາຍຫລັງເສດຖະກິດ ອາເມລິກາ ໄດ້ບັນລຸລະດັບເຕີບໂຕ 2,5% ໃນປີ 2015 ຜ່ານມາ. ກ່ຽວກັບດ້ານເສດຖະກິດ ຂອງ ຈີນ, IMF ຄາດຄະເນວ່າ ເສດຖະກິດຂອງປະເທດນີ້ຈະບັນລຸລະດັບເຕີບໂຕ 6,3% ໃນປີ 2016 ແລະ 6% ໃນປີ 2017. ຕາມ IMF ແລ້ວ, ບັນດາຄວາມມານະພະຍາຍາມຫັນປ່ຽນໂຄງປະກອບຈາກພື້ນຖານເສດຖະກິດຕົ້ນຕໍທີ່ອີງໃສ່ການສົ່ງອອກ ແລະ ການລົງທຶນເຂົ້າສູ່ພື້ນຖານເສດຖະກິດບໍລິໂພກອຸປະໂພກ ແມ່ນໜຶ່ງໃນບັນດາປັດໃຈຕົ້ນຕໍເພື່ອ ຊ່ວຍໃຫ້ຈີນສືບຕໍ່ເຕີບໂຕໃນປີ 2016 ແລະ 2017.