(ພາບປະກອບ)
(vovworld) – ວັນທີ 19/07, ກອງທຶນເງິນຕາສາກົນ (IMF) ໄດ້ຫລຸດລົງການຄາດຄະເນລະດັບເສດຖະກິດທົ່ວໂລກໃຫ້ປີ 2016 ແລະ 2017 ລົງ, ຍົກອອກຜົນກະທົບທີ່ຫຍໍ້ທໍ້ຈາກເລື່ອງປະຊາຊົນ ອັງກິດ ປ່ອນບັດຖອນອອກຈາກສະຫະພາບ ເອີລົບ (ອີຢູ) ຫຼື ເອີ້ນວ່າ Brexit. ຕາມຄາດຄະເນຄັ້ງຫລ້າສຸດຂອງ IMF ແລ້ວ, ພື້ນຖານເສດຖະກິດໂລກ ຄາດວ່າຈະເຕີບໂຕ 3,1% ໃນປີ 2016 ແລະ 3,4% ໃນປີ 2017 ລ້ວນແຕ່ຫລຸດລົງ 0,1% ເມື່ອທຽບໃສ່ການຄາດຄະເນກ່ອນໜ້ານັ້ນ. ແລະກໍ່ຕາມ IMF, Brexit ອາດຈະເຮັດໃຫ້ການເຕີບໂຕເສດຖະກິດ ອັງກິດ ຫລຸດລົງເກືອບ 1% ໃນປີ 2017. IMF ເນັ້ນໜັກວ່າ: “ສະພາບຂາດສະຖຽນລະພາບເພີ່ມຂຶ້ນ ພາຍຫລັງການລົງປະຊາມະຕິຢູ່ ອັງກິດ ຊຶ່ງຄາດຄະເນຄວາມຕ້ອງການພາຍໃນປະເທດຊຸດໂຊມ ພໍສົມຄວນ”.
ໃນຂະນະນັ້ນ, IMF ພັດຍົກການຄາດຄະເນລະດັບເຕີບໂຕປີ 2016 ໃຫ້ເຂດຕາເວັນອອກກາງ ແລະ ອາຟຣິກາເໜືອ ພາຍຫລັງການຟື້ນຟູຂອງລາຄານ້ຳມັນ, ແຕ່ຍັງຮັກສາທັດສະນະລະມັດລະວັງໄວ້ສຳລັບການເຕີບໂຕຂອງ ຊະອຸດິ ອາຣາເບຍ.