IS ແລະ ບັນດາຕົວປະກັນຊາວ Ethiopia ຖືສາສະໜາ ຄຼິດ
(ພາບ: abc.net.au)
|
(vovworld) – ວັນທີ 19/4, ກຸ່ມ “ລັດ ອິດສະລາມ” (IS) ຂະໜານນາມເອງໄດ້ປະກາດ ເທບວີດີໂອຕອນໜຶ່ງທີ່ໄດ້ແຜ່ພາບບັນດາທະຫານກະບົດຂອງກຳລັງຫົວຮຸນແຮງນີ້ໄດ້ເຂັ່ນຂ້າຊາວ Ethiopia ຖືສາສະໜາ ຄຼິດ ຖືກຈັບຕົວຢູ່ ລີບີ 30 ຄົນ. ປະຈຸບັນ, ບໍ່ທັນຮູ້ລັກສະນະເປັນຈິງຂອງເທບວີດີໂອຕອນນີ້ ແລະ ຍັງບໍ່ທັນຮັບຮູ້ບັນດາຜູ້ຖືກຈັບຕົວແມ່ນໃຜ, ກໍ່ຄືຈຳນວນຜູ້ຖືກເຂັ່ນຂ້າ. ເຖິງຢ່າງໃດກໍ່ຕາມ, ການກະທຳເຂັ່ນຂ້າໃນເທບ ວີດີໂອ ຕອນນີ້ມີຫຼາຍຈຸດຄືກັນກັບບັນດາການກະທຳໃຊ້ຄວາມຮຸນແຮງເຊິ່ງ IS ໄດ້ປະຕິບັດກ່ອນນີ້.