ບັນດາມືປືນ IS
(ພາບ: Press TV)
|
(vovworld) – ວັນທີ 21/4, ອົງການກໍ່ການຮ້າຍ “ລັດອິດສະລາມ” (IS) ຂະໜານມານເອງ ໄດ້ນຳຂຶ້ນເຄືອຂ່າຍ ອີນເຕີເນັດບັນດາຮູບຖ່າຍກ່ຽວກັບການເຂັ່ນຂ້າມືປຶນ 11 ຄົນທີ່ສະໜັບສະໜູນລັດຖະບານ ຢູ່ ອີຣັກ. ແຖວຕົວໜັງສືຄັດຕິດໃນບັນດາຮູບຖ່າຍໃຫ້ຮູ້ວ່າ: ບັນດາຜູ້ປະສົບເຄາະຮ້າຍນີ້ໄດ້ຖືກເຂັ່ນຂ້າຢູ່ແຂວງ Salaheddin, ທາງທິດເໜືອ ແບດແດດ, ບ່ອນດຳເນີນການປະທະກັນທີ່ດຸເດືອດເມື່ອເດືອນກ່ອນ, ໃນນັ້ນກຳລັງລັດຖະບານ ອີຣັກ ຍາດໄດ້ສິດຄວບຄຸມເມືອງເອກ Tikrit ຂອງແຂວງນີ້. ຕາມບັນດາແຖວຕົວໜັງສືແລ້ວ, ບັນດາຜູ້ຖືກເຂັ່ນຂ້າແມ່ນສະມາຊິກຂອງບັນດາກົມກອງເຄິ່ງການທະຫານ Popular Mobilisation ພວມຮຽງບ່າຮຽງໄຫຼ່ພ້ອມກັບກອງທັບ ອີຣັກ ໃນບັ້ນຮົບຕ້ານ IS. IS ໄດ້ຖ່າຍທຳວີດີໂອບັນດາການກະທຳໂຫດຮ້າຍສາມານອື່ນໆຢູ່ບັນດາເຂດທີ່ພວກມັນຄວບຄຸມຢູ່ ອີຣັກ ແລະ ປະເທດບ້ານໃກ້ເຮືອນຄຽງ ຊີຣີ. ປະຈຸບັນ, ກຳລັງນີ້ພວມຢຶດຄອງຫຼາຍບໍລິເວນຢູ່ເຂດ Anbar, ແຂວງໃຫຍ່ສຸດຂອງ ອີຣັກ, ເພື່ອແນໃສ່ສ້າງແປ້ນຢັນບຸກເຂົ້າສູ່ ແບດແດດ. ບັນດາການໂຕ້ຕອບຂອງທະຫານ ອີຣັກ ແລະ ກຳລັງຊາວ ຊີອະ ໄດ້ເຮັດໃຫ້ບາດກ້າວເດີນຂອງ IS ຖອຍຫຼັງ.