Israelປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ

Israelປາດຖະໜາຢາກຊຸກຍູ້ການພົວພັນກັບຫວຽດນາມ - ảnh 1
ທ່ານ​ປະທານາທິບໍດີ Israel Reuven Rivlin
ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ກາວ​ເຈີ່ນ​ກວກ​ຫາຍ
(ພາບ: vietnam+)

(vovworld) - ​ ​ ​ ວັນ​ທີ 01/02 ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ກາວ​ເຈີ່ນ​ກວກ​ຫາຍ ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ປະທານາທິບໍດີ Israel Reuven Rivlin ຢືນຢັນ​ຄວາມປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານາທິບໍດີ Rivlin ຖື​ວ່າ: ​ເລື່ອງ​ຊຸກຍູ້​ການ​ພົວພັນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ພື້ນຖານ​ເສດຖະກິດ ຈະ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ທ່ານ​ປະທານາທິບໍດີ Rivlin ຊີ້​ແຈ້ງວ່າ: Israel ມີ​ທ່າ​ແຮງ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ ​ແລະ ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ແຫ​ລ່ງຊັບພະຍາກອນ​ມະນຸດ​ຈາກ ຫວຽດນາມ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູ​ດ ກາວ​ເຈີ່ນ​ກວກ​ຫາຍ ຖື​ວ່າ: ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່ລະ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ກະສິກຳ, ປະຈຸ​ບັນວົງ​ເງິນ​ການ​ຄ້າ 2 ຝ່າຍ ​ບໍ່​ພຽງ​ແຕ່​ຢຸດ​ຢູ່​ລະດັບ 2 ຕື້ USD ​ເທົ່າ​ນັ້ນ ຫາກ​ຍັງ​ສາມາດ​ເພີ່ມ​ຂຶ້ນ​ສູງ​ກ່ວາອີກ. 2 ປະ​ເທດ​ພວມ​ມີ​ແຜນການ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສລີ (FTA) ​ໃນ​ເດືອນ 3 ຈະ​ມາ​ເຖິງ ​ແລະ ຄາດ​ຄະ​ເນ​ວ່າ ຈະ​ສິ້ນ​ສຸດວິວັດທະນາ​ການ​ນີ້ ພາຍຫລັງ​ 2 ປີ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ: ​ເລື່ອງສຳ​ເລັດ​ການ​ເຈລະຈາ FTA ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ ​ແລະ ວິ​ສາ​ຫະກິດ 2 ປະ​ເທດ, ພ້ອມ​ທັງ ສະ​ເໜີ Israel ຮັບຮອງ​​ເອົາ​ທີ່​ຕັ້ງ​ເສດຖະກິດ​ການ​ຕະຫລາດ​ໃຫ້ ຫວຽດນາມ ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ