ທ່ານ Laurent Fabius ລັດຖະມົນຕີວ່າການ
ກະຊວງການຕ່າງປະເທດ ຝະລັ່ງ
(ພາບ: Reuters)
(vovworld) – ວັນທີ 16/02, ຢູ່ນະຄອນ Jerusalem, ທ່ານ Patrick Masionnaive ເອກອັກຄະລັດຖະທູດ ຝະລັ່ງ ປະຈຳ Israel ແລະ ເຈົ້າໜ້າທີ່ຮັບຜິດຊອບບັນຫາການເມືອງຂຶ້ນກັບກະຊວງການຕ່າງປະເທດ Israel ທ່ານ Alon Ushpitz ມີການພົບປະເພື່ອປຶກສາຫາລືກ່ຽວກັບຂໍ້ລິເລີ່ມຈັດຕັ້ງກອງປະຊຸມສັນຕິພາບຢູ່ນະຄອນຫລວງ Paris ຂອງ ຝະລັ່ງ ໃນຄວາມມານະພະຍາຍາມຢຸດຕິການປະທະກັນ Israel – Palestine. ນີ້ແມ່ນຄວາມມານະພະຍາຍາມ ເພື່ອແນໃສ່ດຳເນີນການເຈລະຈາຕ່າງໆລະຫວ່າງ Israel – Palestine ຊຶ່ງທ່ານ Laurent Fabius ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຝະລັ່ງ ໄດ້ແຈ້ງໃນທ້າຍເດືອນ 1 ຜ່ານມາ. ທ່ານ Fabius ຖະແຫຼງວ່າ ຝະລັ່ງ ຈະຮັບຮອງລັດ Palestine ຖ້າຫາກບັນດາຄວາມມານະພະຍາຍາມດ້ານການທູດຂອງ ຝະລັ່ງ ປະລາໄຊ. ກ່ອນໜ້ານັ້ນ ທ່ານນາຍົກລັດຖະມົນຕີ Israel Benjamin Netanyahu ໄດ້ຖະແຫຼງ ສະໜັບສະໜູນບັນດາການເຈລະຈາ ແຕ່ບໍ່ມີເງື່ອນໄຂລ່ວງໜ້າ, ແຕ່ຄັດຄ້ານເລື່ອງ Paris ຈະຮັບຮອງລັດ Palestine ຖ້າຫາກວ່າການເຈລະຈາປະລາໄຊ.