(vovworld) – ວັນທີ 5/6, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ NATO ໄດ້ຮັບຮອງເອົາ “ພາລະໜ້າທີ່ຢູ່ ອາບການິດສະຖານ ພາຍຫລັງປີ 2014” ເຊິ່ງແມ່ນຈຸດເວລາທີ່ອົງການນີ້ຖອນທະຫານທັງໝົດອອກຈາກ ອາບການິດສະຖານ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫລັງກອງປະຊຸມແກ່ຍາວເປັນເວລາ 2 ວັນຢູ່ ແບນຊິກ, ທ່ານເລຂາທິການໃຫຍ່ NATO Aders Fogh Rasmussen ໃຫ້ຮູ້ວ່າ: ນີ້ແມ່ນພາລະໜ້າທີ່ປອດການສູ້ຮົບ, ກ່ຽວຂ້ອງເຖິງການຝຶກອົບຮົມ, ທີ່ປຶກສາ ແລະ ໜູນຊ່ວຍບັນດາກຳລັງທ້ອງຖິ່ນເຖິງທ້າຍປີ 2014 ສາມາດຮັບຜິດຊອບໜ້າທີ່ຮັບປະກັນຄວາມໝັ້ນຄົງເຊິ່ງປະຈຸບັນບັນດາກຳລັງ NATO ພວມຮັບຜິດຊອບ. ມີທະຫານປະມານ 97.000 ຄົນຈາກບັນດາປະເທດ NATO ແລະ ບັນດາປະເທດຄູ່ຮ່ວມມືຂອງອົງການນີ້ພວມຕັ້ງທັບຢູ່ອາບການິດສະຖານ. NATO ຕັດສິນໃຈຖອນທະຫານທັງໝົດທີ່ເຂົ້າຮ່ວມການສູ້ຮົບອອກຈາກປະເທດນີ້ໃນທ້າຍປີໜ້າ ເວັ້ນເສຍແຕ່ທະຫານຈຳນວນໜຶ່ງທີ່ເຮັດໜ້າທີ່ຝຶກອົບຮົມຢູ່ປະເທດນີ້ເທົ່ານັ້ນ.