(ພາບປະກອບ: AP)
(vovworld) – ວັນທີ 13/09, ສະພາແຫ່ງຊາດ Nepal ເລີ່ມປ່ອນບັດກ່ຽວກັບຮ່າງລັດຖະທຳມະນູນສະບັບໃໝ່. ທ່ານປະທານສະພາແຫ່ງຊາດ Nepal, Subhas Nembang ແຈ້ງໃຫ້ຮູ້ວ່າ ວິວັດການປ່ອນບັດກ່ຽວກັບຮ່າງລັດຖະທຳມະນູນສະບັບໃໝ່ ຖືກດຳເນີນໃນວາລະປະຊຸມ ຕອນຄໍ່າວັນດຽວກັນ. ແຕ່ລະຂໍ້ມາດຕາໃນຮ່າງລັດຖະທຳມະນູນສະບັບໃໝ່ ຕ້ອງຍາດໄດ້ 2/3 ຈຳນວນບັດສະໜັບສະໜູນເພື່ອຮັບຮອງເອົາ. ຕາມຫ້ອງວ່າການລັດຖະບານ Nepal ແລ້ວ, ຈະຕ້ອງໃຊ້ເວລາຢ່າງໜ້ອຍສຸດ 4 ວັນ ເພື່ອສຳເລັດການປ່ອນບັດຢູ່ອົງການສ້າງກົດໝາຍ ລວມມີສະມາຊິກ 601 ຄົນນີ້. ນີ້ຈະແມ່ນລັດຖະທຳມະນູນທຳອິດຂອງ Nepal ພາຍຫຼັງທີ່ປະເທດນີ້ກາຍເປັນປະເທດສາທາລະນະລັດເມື່ອປີ 2008, ສິ້ນສຸດ 240 ປີແຫ່ງລະບອບລາຊາທິປະໄຕ.