Nepan ປະກາດໃຊ້ລັດຖະທຳມະນູນໃໝ່ຢ່າງເປັນທາງການ

Nepan ປະກາດໃຊ້ລັດຖະທຳມະນູນໃໝ່ຢ່າງເປັນທາງການ - ảnh 1
ບັນດາສະມາຊິກສະພາແຫ່ງຊາດ Nepan
(ພາບ: AEP/TTXVN)

(vovworld) - ​​ພາຍຫຼັງ 7 ປີ ​ແຫ່ງ​ການ​​ເຈລະຈາ​ຫຼາຍ​ຄັ້ງແຕ່​ບໍ່​ໄດ້​ຮັບ​ຜົນ ​ແລະ ​ການເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ ສ້າງ​ລັດ​ທະ​ທຳ​ມະນູນ 2 ຄັ້ງ, ວັນ​ທີ 20/9, ​ Nepan ​ໄດ້​ປະກາດ​ໃຊ້​ລັດຖະທຳ​ມະນູນ​ສະບັບ​ໃໝ່, ລົບ​ລ້າງ​ລະບອບ​ລາຊາທິປະ​ໄຕ​ເກົ່າ ​ເພື່ອ​ກາຍ​ເປັນ​ລັດ​ສາທາລະນະ​ລັດ​ສະຫະພັນ, ​ເຊິ່ງປະກອບມີ 7 ​ແຂວງ, ລັດ. ປະທານາທິບໍດີ Nepan Ram Baran Yadav ​ໄດ້​ເຊັນ​ປະກາດ​ໃຊ້​ລັດຖະທຳ​ມະນູນ​ສະບັບ​ໃໝ່​ນີ້ ​ແລະ ປະກາດ​ຕໍ່ໜ້າ​ສະພາ​ແຫ່ງ​ຊາດ​ວ່າ, ​ເລື່ອງ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ນີ້ ຈະ​ເປີດ​ເສັ້ນທາງ​ພັດທະນາ​ໃຫ້​ແກ່​ປະ​ເທດ. ກ່ອນ​ໜ້າ​ນັ້ນ, Nepan ​ໄດ້​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ໃໝ່, ຕາມ​ນັ້ນ​ແລ້ວ​ຈະ​ແບ່ງປະ​ເທດ​ທີ່​ມີ​ພົນລະ​ເມືອງ 28 ລ້ານ​ຄົນ​ນີ້ອອກ​ເປັນ 7 ​ແຂວງ ​ແລະ ລັດ.

ຂ່າວ/ບົດ​ອື່ນ