OECD ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການປ່ຽນແປງໃໝ່ການເຕີບໂຕ

(VOVWORLD) - ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ OECD ສືບຕໍ່ຍູ້ແຮງການໜູນຊ່ວຍ, ໃຫ້ຄຳປຶກສາດ້ານນະໂຍບາຍ ຊ່ວຍໃຫ້ ຫວຽດນາມ ສ້າງໂຄງສ້າງພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕ
OECD ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການປ່ຽນແປງໃໝ່ການເຕີບໂຕ - ảnh 1(ທ່ານລັດຖະມົນຕີ ບຸຍແທັງເຊີນ ພົບປະກັບເລຂາທິການໃຫຍ່ OECD ທ່ານ Mathias Cormann)

        ໃນຂອບເຂດການເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ຕອນເຊົ້າວັນທີ 06 ມິຖຸນາ, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບເລຂາທິການໃຫຍ່ OECD ທ່ານ Mathias Cormann.

        ທີ່ການພົບປະ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ OECD ສືບຕໍ່ຍູ້ແຮງການໜູນຊ່ວຍ, ໃຫ້ຄຳປຶກສາດ້ານນະໂຍບາຍ ຊ່ວຍໃຫ້ ຫວຽດນາມ ສ້າງໂຄງສ້າງພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕ ໂດຍອີງໃສ່ການພັດທະນາວິທະຍາສາດເຕັກໂນໂລຊີ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເສດຖະກິດດີຈີຕອນ; ສົມທົບກັນ, ໜູນຊ່ວຍໃຫ້ຄຳປຶກສາແກ່ ຫວຽດນາມ ໃນບັນດາບັນຫາໃໝ່ຄື ອັດຕາພາສີພື້ນຖານທົ່ວໂລກ, ຫຼຸດຜ່ອນການປ່ອຍອາຍພິດກາກບອນ, ປົກປັກຮັກສາສິ່ງແວດລ້ອມ.

        ທ່ານເລຂາທິການໃຫຍ່ Mathias Cormann ຢືນຢັນວ່າ, OECD ພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານມາໜູນຊ່ວຍ ຫວຽດນາມ ເພື່ອຜັນຂະຫຍາຍບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງອັດຕາພາສີພື້ນຖານທົ່ວໂລກ. ທ່ານກໍ່ເນັ້ນໜັກວ່າ OECD ຖືເປັນສຳຄັນບົດບາດຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເຫັນດີຈະສົມທົບກັບ ຫວຽດນາມ ກະກຽມກອງປະຊຸມລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 2 ໃຫ້ເປັນຢ່າງດີ, ຕາມການສະເໜີຂອງ ຫວຽດນາມ ໃນເດືອນ ຕຸລາ ຈະມາເຖິງຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ