(VOVWORLD) -ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ຫຼຸດ ການຄາດຄະເນ ລະດັບການເຕີບໂຕຄວາມຕ້ອງການນ້ຳມັນ ໂລກໃນປີ 2020 ລົງເກືອບ 1/5 ເມື່ອທຽບໃສ່ລະດັບການຄາດຄະເນໃນເບື້ອງຕົ້ນ, ຍ້ອນຜົນສະທ້ອນຈາກ ການລະບາດເຊື້ອພະຍາດ CoVid-19.
ຮາກຖານກັ່ນນ້ຳມັນຢູ່ al-Buraqah, ລີບີ (ພາບ: AFP/TTXVN) |
ຕາມບົດລາຍງານກ່ຽວກັບການຕະຫຼາດ ນ້ຳມັນໂລກທີ່ໄດ້ປະກາດໃນວັນທີ 12 ກຸມພາ, OPEC ໄດ້ຄາດຄະເນວ່າ ລະດັບ ຄວາມຕ້ອງການນ້ຳມັນໃນທົ່ວໂລກໃນປີ 2020 ແມ່ນ 0,99 ລ້ານຖັງ/ວັນ, ຫຼຸດລົງເມື່ອທຽບໃສ່ລະດັບຄາດຄະເນ 1,22 ລ້ານຖັງ/ວັນ ເຊິ່ງໄດ້ຍົກອອກໃນເດືອນກ່ອນ.