(VOVWORLD) -ວັນທີ 22 ກຸມພາ, ທ່ານ Petr Tolstoy, ຮອງປະທານສະພາຕ່ຳລັດເຊຍ, ຫົວໜ້າຄະນະຜູ້ຕາງໜ້າລັດເຊຍ ປະຈຳ ສະມັດຊາລັດຖະສະພາອົງການປ້ອງກັນຄວາມສະຫງົບ ແລະ ຮ່ວມມືເອີລົບ (PA OSCE) ໃຫ້ຮູ້ວ່າ
OSCE ຈັດສົ່ງນັກສັງເກດການ 111 ຄົນເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີລັດເຊຍ
(ພາບປະກອບ: Sputnik)
|
PA OSCE ໄດ້ຮັບຄຳເຊີນຂອງລັດເຊຍ ແລະ ຈະຈັດສົ່ງນັກສັງເກດການລວມມີ 111 ຄົນທີ່ເປັນສະມາຊິກລັດຖະສະພາເອີລົບ ເຂົ້າຮ່ວມການຕິດຕາມກວດກາການເລືອກຕັ້ງປະທານາທິບໍດີລັດເຊຍ ເຊິ່ງຈະດຳເນີນໃນວັນທີ 18 ມີນາ ຈະມາເຖິງ.
ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Tolstoy ເນັ້ນໜັກວ່າ OSCE ແມ່ນອົງການຈັດຕັ້ງສາກົນທີ່ມີອິດທິພົນຊື່ສຽງ, ພ້ອມທັງປາດຖະໜາວ່າ ບັນດານັກເສງເກດການມາເຄື່ອນໄຫວ ເພື່ອຕິດຕາມກວດກາການເລືອກຕັ້ງປະທານາທິບໍດີລັດເຊຍ ຈະຍົກອອກການຕີລາຄາຢ່າງພາວະວິໄສ ແລະ ຊື່ຕົງ.
ຕາມແຜນການແລ້ວ, ວັນທີ 13 ມີນາ ຈະມາເຖິງ, ຜູ້ມີສິດເລືອກຕັ້ງລັດເຊຍ ໄດ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີ. ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງແມ່ນ 8 ທ່ານ.