ລັດຖະມົນຕີວ່າການກະຊວງການຕ່າງປະເທດ John Kerry (ຂວາ) ແລະ ຄູ່ຕຳແໜ່ງອີຣານ Mohammad Javad Zarif
(ພາບ: AFP/TTXVN )
|
(vovworld) – ວັນທີ 31/5, ບັນດາເຈົ້າໜ້າທີ່ຝ່າຍຕາເວັນຕົກ ໃຫ້ຮູ້ວ່າ: ກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝຣັ່ງ, ອາເມລິກາ, ຈີນ, ລັດເຊຍ ແລະ ເຢຍລະມັນ) ເຫັນດີເປັນເອກະສັນຕໍ່ວິທີຟື້ນຟູບັນດາມາດຕະການລົງໂທດຂອງ ສປຊ ສຳລັບ ອີຣານ ຖ້າຫາກປະເທດນີ້ລະເມີດບັນດາມາດຕາຂອງຂໍ້ຕົກລົງດ້ານນິວເຄຼຍໃນອະນາຄົດ. ດ້ວຍການກະທຳນີ້, ກຸ່ມ P5+1 ໄດ້ຜ່ານຜ່າຮົ້ວກີດຂວາງຕົ້ນຕໍສຳລັບເລື່ອງຮັບຮອງເອົາຂໍ້ຕົກລົງສຸດທ້າຍກັບ ອີຣານ ກ່ອນກຳນົດເວລາແມ່ນວັນທີ 30/6 ຈະມາເຖິງ. ຕາມຂໍ້ຕົກລົງໃໝ່ແລ້ວ, ຄະນະກຳມະການຕິດຕາມກວດກາການລະເມີດຂໍ້ຕົກລົງຈະໄດ້ຮັບການສ້າງຕັ້ງຂຶ້ນເຊິ່ງລວມມີຜູ້ຕາງໜ້າຂອງກຸ່ມ P5+1 ແລະ ອີຣານ, ເພື່ອຕີລາຄາບໍ່ວ່າການກະທຳໃດໆຂອງ ເຕເຮຣານ ທີ່ຖືກສົງໄສວ່າລະເມີດບັນດາມາດຕາໃນຂໍ້ຕົກລົງນີ້. ອົງການພະລັງງານປະລະມານູສາກົນ (IAEA) ກໍ່ຈະສືບຕໍ່ລາຍງານເປັນປະຈຳກ່ຽວກັບໂຄງການນິວເຄຼຍຂອງ ເຕເຮຣານ ເພື່ອໃຫ້ P5+1 ແລະ ສະພາຄວາມໝັ້ນຄົງ ສປຊ ສາມາດຈະຕີລາຄາກ່ຽວກັບເລື່ອງປະຕິບັດຂໍ້ຕົກລົງຂອງ ເຕເຮຣານ. ຖ້າຫາກ ຄົ້ນພົບ ອີຣານ ບໍ່ປະຕິບັດບັນດາມາດຕາໃນຂໍ້ຕົກລົງນັ້ນ, ສປຊ ຈະຟື້ນຟູບັນດາມາດຕະການລົງໂທດປະເທດນີ້ຄືນໃໝ່.