(vovworld) - ກ່າວຕວາມເຫັນຕໍ່ວົງການນັກຂ່າວ ພາຍຫຼັງການພົບປະກັບປະທານາທິບໍດີຝລັ່ງ Francois Hollande ຢູ່ນະຄອນຫຼວງ ປາຮີ, ໃນວັນທີ 6/7, ປະທານາທິບໍດີ Palestineໄດ້ຢັ້ງຢືນວ່າ, ຖ້າມີຄວາມຈຳເປັນ, ຈະດຳເນີນການສືບສວນ ເພື່ອເຮັດແຈ້ງສາຍເຫດທີ່ພາໃຫ້ອະດີດປະທານາ ທິບໍດີ Arafat ເສຍຊີວິດ ເມື່ອປີ 2004. ສິ່ງດັ່ງກ່າວອາດຈະສົ່ງຜົນສະທ້ອນບໍ່ດີເຖິງການພົວພັນລະຫວ່າງ Palestin ກັບ Israel ໃນຂະນະທີ່ Palestin ໄດ້ກ່າວຫາຫຼາຍເທື່ອວ່າ Israel ໄດ້ໃສ່ຢາເບື່ອແກ່ທ່ານ Arafat ໃນໄລຍະຍາວ. ກ່ອນການພົບປະ, ປະທານາທິບໍດີ Palestin ໃຫ້ຮູ້ວ່າໃນການຢ້ຽມຢາມຄັ້ງນີ້, ທ່ານຈະຮຽກຮ້ອງໃຫ້ຝລັ່ງສະໜອງທຸກຂໍ້ມູນຂ່າວເຊິ່ງຝລັ່ງມີ ກ່ຽວກັບການເສຍຊີວິດຂອງທ່ານ Arafat ແລະ Palestin ຢາກໄດ້ຮູ້ວ່າອົງການໃດຢູ່ເບື້ອງຫຼັງກໍລະນີຄາດຕະກຳທ່ານປະທານາທິບໍດີ Arafat