Palextin ແລະ Israel ປຶກສາຫາລືເຊື່ອມຕໍ່ແຫຼ່ງລາຍຮັບຂອງ Palextin ຄືນໃໝ່

(vovworld) - ປະ​ຈຸ​ບັນ, ອຳນາດ​ການ​ປົກຄອງ Palextin ​ແລະ Israel ພວມ​ດຳ​ເນີນການ​ເຈລະຈາຄັ້ງ​ຕ່າງໆ​ດ້ານ​ເສດຖະກິດ ​ໂດຍ​ບໍ່​ຫົວຊາ​ຕໍ່​ວິວັດການ​ເຈລະຈາໂດຍ​ສັນຕິ​ພວມຖືກ​ຢຸດ​ສະ​ງັກ ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍແຫຼ່ງລາຍ​ຮັບ​ຂອງ Palextin ​ແລະ ​ເພື່ອ​ຫຼຸດ​ຜົ້ນອອກ​ຈາກ​ວິ​ກິດ​ການ​ໜີ້​ສິນ​ໃນ​ປະຈຸ​ບັນ. Israel ​ໄດ້​ຢືດຄອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳ​ຈໍ​ແດນ​ແຕ່​ປີ 1967 ​ແລະ ຕາມ​ບັນດາ​ຂໍ້​ຕົກລົງ​ໂດຍ​ສັນຕິ​ຊົ່ວ​ຄາວ​ແລ້ວ ​ປະ​ເທດ​ນີ້ຕາງໜ້າ​ໃຫ້​ອຳນາດ​ການ​ປົກຄອງ Palextin  ​ຮັບຜິດຊອບໜ້າ​ທີ່​ນຳ​ໃຊ້ ​ແລະ ​ເກັບ​ພາສີ​ຂຶ້ນ​ເຖິງ 100 ລ້ານ USD/ເດືອນ. ​​​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ​, Israel ​ໄດ້​ຢຸດຕິ ບໍ່​​ເສຍ​ພາສີ​ໃຫ້​ແກ່​ອຳນາດ​ການ​ປົກຄອງ Palextin ນັບ​ແຕ່​ເມື່ອ​ເກີດຄວາມ​ເຄັ່ງ​ຕຶງດ້ານ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພົວພັນ​ຕ່າງປະ​ເທດ​​ລະຫວ່າງ 2 ປະ​ເທດ. Palextin ​ໃຫ້​ຮູ້​ວ່າ: ບັນດາ​ມາດ​ຕະການ​ພວມ​ໄດ້​ຮັບ​ການ​ປຶກສາ​ຫາລື​ລວມມີ​ການ​ພັດທະນາ​ຂໍ້​ມູນ​ຂ່າ​ວສານ​ເອ​ເລັກ​ໂຕ​ນິກກ່ຽວ​ກັບ​ສິນຄ້າ​ນຳ​ເຂົ້າ, ການສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​​ເຈົ້າໜ​້າທີ່ Palextin ຕິດຕາມ​ກວດກາ​ແຫຼ່ງສິນຄ້າ​ນຳ​ເຂົ້າ ​ແລະ ຕິດຕາມ​ກວດກາ​ດ​ເລື່ອງໜີພາສີ​ເພື່ອຫຼີກ​ລ້ຽງ​ການ​ຮົ່ວ​ໄຫຼ​ຂອງ​ລາຍ​ຮັບ.
ຂ່າວ/ບົດ​ອື່ນ