ສານກຳມະການປະຈຳສະຫະປະຊາຊາດ (PCA)
(ພາບ:Rappler)
(vovworld) – ວັນທີ 29/10, ສານກຳມະການປະຈຳສະຫະປະຊາຊາດ (PCA) ມີສຳນັກງານຢູ່ La Hay ປະເທດ ໂຮນລັງ ໄດ້ອອກຄຳຕັດສິນວ່າ: ອົງການນີ້ມີສິດອຳນາດພຽງພໍ ເພື່ອພິພາກສາຄະດີ ຟີລິບປິນ ຮ້ອງຟ້ອງ ຈີນ ກ່ຽວຂ້ອງເຖິງບັນດາເກາະພວມຂັດແຍ້ງກັນຢູ່ທະເລຕາເວັນອອກ. ແຈ້ງການຂອງ PCA ໃຫ້ຮູ້ວ່າ: “ໂດຍຜ່ານການພິຈາລະນາໃບຮ້ອງຟ້ອງຂອງ ຟີລິບປິນ, ສານໄດ້ປະຕິເສດການອ້າງຄາລົມ” ຂອງ ຈີນທີ່ ຖືວ່າ: “ການຂັດແຍ້ງກັນດັ່ງກ່າວ ຄວາມຈິງແມ່ນບັນຫາອະທິປະໄຕສຳລັບເກາະຕ່າງໆຢູ່ທະເລຕາເວັນອອກ ແລະ ຍ້ອນເຫດນັ້ນ ຈຶ່ງບໍ່ຂຶ້ນກັບສິດອຳນາດສານຂອງ PCA”. PCA ຖືວ່າ: ຄະດີຮ້ອງຟ້ອງ ສ່ອງແສງເຖິງ “ການຂັດແຍ້ງກັນລະຫວ່າງ 2 ປະເທດທີ່ກ່ຽວຂ້ອງເຖິງການອະທິບາຍ ແລະ ນຳໃຊ້ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS)” ແລະ ບັນຫານີ້ຂຶ້ນກັບສິດອຳນາດຂອງ PCA.
ກ່ອນໜ້ານັ້ນ, ໃນວັນທີ 22/7, ຈີນ ໄດ້ຮຽກຮ້ອງ ຟີລິບປິນ ຖອນສຳເນົາເອກະສານຮ້ອງຟ້ອງດັ່ງກ່າວ ແລະ ກັບຄືນສູ່ເຈລະຈາ 2 ຝ່າຍ.