ການເຊັນຂໍ້ຕົກລົງລະຫວ່າງ 2 ຝ່າຍ
(ພາບ: Duy Trinh/TTXVN)
|
(vovworld) – ໃນຂອບເຂດເວທີປາໄສເສດຖະກິດສາກົນ St.Petresburg ຄັ້ງທີ 19 (SPIEF 2015) ຊຶ່ງດຳເນີນແຕ່ວັນທີ 18 – 20/6, ຄະນະປະຕິບັດງານຂອງກຸ່ມບໍລິສັດນ້ຳມັນອາຍແກສ ຫວຽດນາມ (Petro Vietnam) ໂດຍຜູ້ອຳນວຍການໃຫຍ່ ຫງວຽນກວກແຄ໋ງ ນຳໜ້າໄດ້, ມີການພົບປະກັບການນຳບັນດາກຸ່ມບໍລິສັດນ້ຳມັນອາຍແກສໃຫຍ່ຂອງ ລັດເຊຍ ເພື່ອພິຈາລະນາກ່ຽວກັບການເພິ່ມທະວີການພົວພັນຮ່ວມມືລົງທຶນລະຫວ່າງ 2 ຝ່າຍ. ໃນການພົບປະກັບປະທານສະພາບໍລິຫານກຸ່ມບໍລິສັດ Gazprom, ທ່ານ Alexey Miller, 2 ຝ່າຍໄດ້ປຶກສາຫາລືການເປີດກ້ວາງການຮ່ວມມືໃນຂົງເຂດນ້ຳມັນ, ໃນນັ້ນມີການຮ່ວມມືເປີດກ້ວາງໂຮງງານກັນນ້ຳມັນ ຢູງກວດ, ກໍ່ຄືໃນຂົງເຂດໄຟຟ້າ, ເຊື້ອໄຟ… 2 ຝ່າຍໄດ້ເຊັນຂໍ້ຕົກລົງກ່ຽວກັບເງື່ອນໄຂພື້ນຖານໃຫ້ແກ່ໂຄງການພັດທະນາ ແລະ ຂຸດຄົ້ນບັນດາບໍ່ນ້ຳມັນຂອງສະຫະພັນ ລັດເຊຍ. ຄະນະປະຕິບັດງານຂອງ Petro Vietnam ກໍ່ໄດ້ປຶກສາຫາລືກັບການນຳກຸ່ມບໍລິສັດນ້ຳມັນອາຍແກສ ລັດເຊຍ Rosneft. 2 ຝ່າຍປຶກສາຫາລືວິທີເພີ່ມທະວີ, ເປີດກ້ວາງການຮ່ວມມືໃນບັນດາໂຄງການຂຸດຄົ້ນລວມໃນເຂດໄຫລ່ທະວີບ ຫວຽດນາມ.