ທ່ານ ຫງວຽນກີມເຊີນ ກ່າວຄຳເຫັນທີ່ພິທີ
(ພາບ: TTXVN)
(vovworld) – ຕອນຄ່ຳວັນທີ 30/11 ຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ, ບໍລິສັດໃຫຍ່ນ້ຳມັນອາຍແກັສ ລາວ (PV OIL), ຈັດຕັ້ງພິທີສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງຢູ່ ລາວ (1/12/2010 – 1/12/2015). ໂດຍໄດ້ຮັບການສ້າງຕັ້ງບົນພື້ນຖານຊື້ຄືນລະບົບແຈກຢາຍຂອງ Shell du Laos ຈາກກຸ່ມບໍລິສັດ Shell ແລະ ໄດ້ນຳເຂົ້າເຄື່ອນໄຫວຢ່າງເປັນທາງການແຕ່ວັນທີ 1/12/2010. ໃນ 5 ປີຜ່ານມາ, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກວິກິດການເສດຖະກິດ, ການເງິນໂລກ ຂຶ້ນ, PV OIL ລາວ ໄດ້ມີການເຕີບໃຫຍ່ຢ່າງກະໂດດຂັ້ນທາງ, ກາຍເປັນໜຶ່ງໃນບັນດາຫົວໜ່ວຍແຖວໜ້າໃນທົ່ວລະບົບ PV OIL. ກ່າວຄຳເຫັນທີ່ພິທີ, ທ່ານ ຮີ່ງຫງວຽນແບກຕວຽນ, ປະທານສະພາບໍລິຫານ PV OIL ລາວ ຢືນຢັນວ່າ: ໃນໄລຍະຈະມາເຖິງ PV OIL ລາວ ຈະສືບຕໍ່ເປີດກ້ວາງຕາໜ່າງຂາຍຍ່ອຍ, ຍູ້ແຮງການເຄື່ອນໄຫວດຳເນີນທຸລະກິດນ້ຳມັນແອັດຊັງ. ປະກອບສ່ວນໜຶ່ງສຳຄັນໃນການພັດທະນາເສດຖະກິດ - ສັງຄົມ ລາວ, ປະກອບສ່ວນຍົກວົງເງິນການແລກປ່ຽນການຄ້າລະຫວ່າງ 2 ປະເທດ, ຜ່ານນັ້ນ ຊຸກຍູ້ ແລະ ຮັດແໜ້ນສາຍພົວພັນພິເສດ ຫວຽດນາມ - ລາວ, ລາວ - ຫວຽດນາມ ກ່ວາອີກ