(VOVWORLD) - ທິມບານເຕະ U22 ຫວຽດນາມ ໄຊຊະນະ 3 – 1 ຕໍ່ U22 ສິງກະໂປ ໃນນັດທີ 2, ສາຍ B
ນັດແຂ່ງຂັນ ຫວຽດນາມ - ສິງກະໂປ ໃນວັນທີ 3 ພຶດສະພາ
(ພາບ:TTXVN)
|
ຕອນບ່າຍວັນທີ 3 ພຶດສະພາ, ທິມບານເຕະ U22 ຫວຽດນາມ ໄຊຊະນະ 3 – 1 ຕໍ່ U22 ສິງກະໂປ ໃນນັດທີ 2, ສາຍ B, ໃນການແຂ່ງຂັນບານເຕະຊາຍງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (Sea Games 32), ເຊິ່ງພວມຈັດຂຶ້ນຢູ່ປະເທດ ກຳປູເຈຍ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ໃນການແຂ່ງຂັນບານເຕະຍິງງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້, ທິມບານເຕະຍິງ ຫວຽດນາມ ຍາດເອົາໄຊຊະນະ 3 – 0 ຕໍ່ທິມບານເຕະຍິງ ມາເລເຊຍ ໃນນັດທຳອິດຂອງສາຍ A.