SOM-2 APEC: ສືບຕໍ່ດ້ວຍຫົວເລື່ອງ ” ຫັນເປັນຕົວເມືອງ ” ແລະ ” ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ”

(VOVWORLD) -ວັນທີ 14/5, ບັນດາກອງປະຊຸມທີ່ກ່ຽວຂ້ອງໃນຂອບເຂດກອງປະຊຸມຄັ້ງທີ 2 ບັນດາເຈົ້າໜ້າທີ່ອາວຸໂສ (SOM-2) ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ(APEC) ສືບຕໍ່ດຳເນີນຢູ່ຮ່າໂນ້ຍ
  SOM-2 APEC: ສືບຕໍ່ດ້ວຍຫົວເລື່ອງ ” ຫັນເປັນຕົວເມືອງ ” ແລະ ” ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ” - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ບັນດາກອງປະຊຸມທີ່ກ່ຽວຂ້ອງໃນຂອບເຂດກອງປະຊຸມຄັ້ງທີ 2 ບັນດາເຈົ້າໜ້າທີ່ອາວຸໂສ (SOM-2) ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ(APEC) ສືບຕໍ່ດຳເນີນຢູ່ຮ່າໂນ້ຍ. ໃນວາລະໄຂການສົນທະນາ APEC ກ່ຽວກັບການຫັນເປັນຕົວເມືອງແບບຍືນຍົງ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທງເຊີນ ປະທານ SOM ຊີ້ແຈ້ງວ່າ : 

     “ ທີ່ການສົນທະນາ APEC ກ່ຽວກັບການຫັນເປັນຕົວເມືອງແບບຍືນຍົງ, ຫວຽດນາມຫວັງດຶງດູດຄວາມສົນໃຈຂອງບັນດາການນຳ, ນັກຄຸ້ມຄອງ, ບັນດາວິສາຫະກິດ, ນັກວິທະຍາສາດ, ຜູ້ຊ່ຽວຊານບັນດາພື້ນຖານເສດຖະກິດພາຄີ APEC ແລະ ບັນດາອົງການສາກົນທີ່ກ່ຽວຂ້ອງ ແລະ ຍູ້ແຮງການຮ່ວມມື, ສ້າງກຳລັງໜູນໃໝ່ໃຫ້ແກ່ວິວັດການຫັນເປັນຕົວເມືອງແບບຍືນຍົງ ສອດຄ່ອງກັບບັນດາມາດຖານຂອງບັນດາເປົ້າໝາຍພັດທະນາແບບຍືນຍົງເຖິງປີ 2030 ຂອງ ສ.ປ.ຊ  ”

    ແລະ ກໍໃນຕອນເຊົ້າວັນດຽວກັນ, ກຸ່ມປະຕິບັດງານກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໄດ້ໂຮມປະຊຸມວາລະຄົບຄະນະ. ບັນດາເຈົ້າໜ້າທີ່ອາວຸໂສ ແລະ ບັນດາຜູ້ແທນ APEC ໄດ້ເຮັດວຽກໝົດມື້ດ້ວຍບັນດາການປະຊຸມຂອງກຸ່ມຄູ່ຮ່ວມມືນະໂຍບາຍກ່ຽວກັບວິທະຍາສາດເຕັກໂນໂລຢີປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ