ທ່ານ Omar al Bashir ປະທານາທິບໍດີ Sudan
ພາບ:internet |
(vovworld) - ວັນທີ 26/12, ທ່ານ Omar al Bashir ປະທານາທິບໍດີ Sudan ອີກຄັ້ງຫນຶ່ງໄດ້ຢືນຢັນ ພ້ອມແລ້ວຈັດຕັ້ງກອງປະຊຸມຂັ້ນສູງກັບທ່ານ Sakva Kiir ປະທານາທິບໍດີ Sudan ໃຕ້ ເພ່ືອປະຕິບັດຂໍ້ຕົກລົງຮ່ວມມືຊຶ່ງໄດ້ຮັບການລົງນາມລະຫວ່າງສອງປະເທດໃນເດືອນ 9 ຜ່ານມາ. ກ່າວຄຳເຫັນໃນການປະຊຸມຂ່າວຮ່ວມ ກັບນາຍົກລັດຖະມົນຕີ Ethiopia Hailemariam Desalegn ທີ່ພວມຢູ່ຢ້ຽມຢາມນະຄອນຫລວງ Khartoum ຂອງ Sudan, ປະທານາທິບໍດີ Sudan, Omar al Bashir ໄດ້ຢືນຢັນວ່າ Sudan ພ້ອມແລ້ວທີ່ປະຕິບັດຂໍ້ຕົກລົງຮ່ວມມືຊຶ່ງໄດ້ຮັບການລົງນາມລະຫວ່າງ Sudan ແລະ Sudan ໃຕ້ ຢູ່ນະຄອນຫລວງ Addis Ababa ຂອງ Ethiopia. ທ່ານ Omar al Bashir ເນັ້ນຫນັກວ່າ: ຝ່າຍ Sudan ພ້ອມແລ້ວທີ່ຈະພົບປະກັບບັນດາເຈົ້າຫນ້າທີ່ Sudan ໃຕ້ ໃນບໍ່ວ່າເວລາໃດ ແລະ ສະຖານທີ່ແຫ່ງໃດ.