Sudan ແລະ Sudan ໃຕ້ ປະລາໄຊ ໃນການເຈລະຈາກ່ຽວກັບດ້ານປ້ອງກັນຄວາມສະຫງົບ
ຕຳຫຼວດ ແລະ ກອງທັບ Sudan ຜັນຂະຫຍາຍການປ້ອງກັນຄວາມສະຫງົບຢູ່ ນະຄອນ Khartoum
(ພາບປະກອບ)
(vovworld) - ໜັງສືພິມລາຍວັນ Al – Sudani ສະບັບອອກວັນທີ 6/6 ໃຫ້ຮູ້ວ່າ: ການເຈລະຈາຢູ່ນະຄອນຫຼວງ Addis Ababa ຂອງ ປະເທດ Ethiopia, ບັນດາຄະນະປະຕິບັດງານຂອງ Sudan ແລະ Sudan ໃຕ້ບໍ່ບັນລຸຄວາມເຫັນດີເປັນເອກະພາບໃດໆ ກ່ຽວກັບບັນຫາປ້ອງກັນຄວາມສະຫງົບ. ຕາມແຫຼ່ງຂ່າວນີ້ແລ້ວ, ບັນດາຜູ້ເປັນກາງໄກ່ເກ່ຍຂອງຂອງສະຫະພາບ ເອີລົບ (ຫຼື AU) ໄດ້ຕົກລົງໂຈະກອງປະຊຸມກ່ຽວກັບການປ້ອງກັນຄວາມສະຫງົບໄວ້ ເພື່ອໃຫ້ 2 ຝ່າຍມີກາລະໂອກາດທາບທາມຄວາມເຫັນຫຼາຍກ່ວາອີກ. ໜັງສືພິມ Al – Sudani ຄັດສະເໜີຄຳເວົ້າຂອງທ່ານ Omer Dahab, ໂຄສົກຂອງຄະນະເຈລະຈາ Sudan ໂດຍໃຫ້ຮູ້ວ່າ: Sudan ປະຕິເສດຂໍ້ສະເໜີຂອງຄະນະເຈລາຈາ Sudan ໃຕ້ ນັ້ນແມ່ນລົບລ້າງສະພາວະສຸກເສີນຢູ່ເຂດຊາຍແດນ ກໍຄື ຟື້ນຟູຕຳແໜ່ງ ຜູ້ຕາງໜ້າດ້ານການທູດລະຫວ່າງ 2 ປະເທດ. ທ່ານ Dahad ໃຫ້ຮູ້ວ່າ: ຈະສືບຕໍ່ຈັດກອງປະຊຸມຂອງຄະນະກຳມະການປ້ອງກັນຄວາມສະຫງົບ ແລະ ການເມືອງລວມ, ທ່ານເນັ້ນໜັກວ່າ: ຄະນະກຳມະການນີ້ ຈະປຶກສາຫາລື ສ້າງສຳເລັດ 3 ບັນຫາໃນ ຈຳນວນທັງໝົດ 6 ບັນຫາ ນັ້ນແມ່ນຢຸດຕິຄວາມເປັນປໍລະປັກ, ຖອນທະຫານ ແລະ ຢຸດຕິການໜູນຊ່ວຍບັນດາຂະບວນການລຸກຮືຂຶ້ນ.