TPPຈະເປັນແບບຢ່າງດ້ານການຄ້າໃນສະຕະວັດທີ21
ເຍີດກີນ, ຮຸຍນ່ວາງ, ນັກຂ່າວ VOV ປະຈຳອາເມລິກາ -  
TPP ຈະເປັນແບບຢ່າງດ້ານການຄ້າໃນສະຕະວັດທີ 21
(ພາບປະກອບ)
(vovworld) – ລັດຖະມົນຕີການຄ້າບັນດາປະເທດເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ບັນລຸໄດ້ຂໍ້ຕົກລົງສຸດທ້າຍ ສຳລັບສັນຍາການຄ້າເສລີໃຫຍ່ກວ່າໝູ່ຢູ່ໂລກນີ້. ກອງປະຊຸມໄດ້ສິ້ນສຸດໃນຕອນຄໍ່າວັນທີ 05/10 (ຕາມເວລາຫວຽດນາມ), ຢູ່ນະຄອນ Atlanta, ໄດ້ເປີດເສັ້ນທາງໃຫ້ເຂດການຄ້າເສລີໃຫຍ່ກວ່າໝູ່ໃນໂລກ. ບັນດາຂໍ້ຕິດຂັດສຸດທ້າຍສຳລັບສັນຍານີ້ໄດ້ຮັບການແກ້ໄຂ, ພາຍຫຼັງທີ່ລັດຖະມົນຕີ 12 ປະເທດເຂົ້າຮ່ວມ TPP ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບ 3 ຂົງເຂດຍັງເຫຼືອແມ່ນ: ລົດໂອໂຕ, ນ້ຳມົມ ແລະ ກຳນົດເວລາລິຂະສິດຊັບສິນທາງຊີວະການຢາ, ພາຍຫຼັງເຈລະຈາທີ່ເຄັ່ງຕຶງເປັນເວລາ 5 ວັນ. ກ່າວຄຳເຫັນພາຍຫຼັງການເຈລະຈາ, ຜູ້ຕາງໜ້າຂອງ 12 ປະເທດ ຢຶນຢັນວ່າ: TPP ຈະເປັນແບບຢ່າງໃຫ້ການຄ້າໃນສະຕະວັດທີ 21 ເມື່ອເຕື້ອງເຖິງບໍ່ພຽງແຕ່ບັນດາຂົງເຂດທີ່ເປັນມູນເຊື້ອຄື ສິນຄ້າ, ການບໍລິການ, ການລົງທຶນເທົ່ານັ້ນ, ຫາກລວມທັງບັນດາບັນຫາໃໝ່ຄື ການຄ້າເອເລັກໂຕນິກ, ລັດວິສາຫະກິດອີກດ້ວຍ. ພາຍຫຼັງສິ້ນສຸດການເຈລະຈາ, ບັນດາປະເທດຈະດຳເນີນການກວດກາດ້ານນິຕິກຳ ເພື່ອກະກຽມໃຫ້ເລື່ອງລົງນາມໃນສັນຍາເປັນທາງການ ແລະ ເລີ່ມຍືນສະເໜີຕໍບັນດາອົງການມີສິດອຳນາດເພື່ອໃຫ້ສັດຕະຍາບັນ.
ເຍີດກີນ, ຮຸຍນ່ວາງ, ນັກຂ່າວ VOV ປະຈຳອາເມລິກາ