U22 ຫວຽດ​ນາມ ຄ້​ວາ​ໄດ້ຫຼຽ​ນ​ຄຳຄັ້ງປະ​ຫວັດ​ສາດ ຢູ່ SEA Games ຄັ້ງ 30

(VOVWORLD) -   U22 ຫວຽດນາມ ຄ້ວາໄດ້ຫຼຽນຄຳຄັ້ງປະຫວັດສາດ ເມື່ອ ເອົາຊະນະ ຕໍ່ ທິມຊາດ ອິນໂດເນເຊຍ 3 - 0 ຢູ່ ນັດແຂ່ງຂັນຊິງຊະນະເລີດ ກິລາ ບານເຕະຊາຍ SEA Games 30, ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 10 ທັນວາ, ຢູ່ສະໜາມກິລາ Rizal Memorial (ປະເທດ ຟີລິບປິນ). ນີ້ແມ່ນຫຼຽນຄຳບານເຕະຊາຍ ທີ່ໄດ້ຮັບການຄວາມລໍຄອຍຈາກ ຫວຽດນາມມາເປັນເວລາ 60 ປີ.
U22 ຫວຽດ​ນາມ ຄ້​ວາ​ໄດ້ຫຼຽ​ນ​ຄຳຄັ້ງປະ​ຫວັດ​ສາດ ຢູ່ SEA Games ຄັ້ງ 30 - ảnh 1ທິມບານເຕະ U22 ຫວຽດນາມ

ເມື່ອຕອບສຳພາດຕໍ່ສື່ມວນຊົນທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງ ນັດແຂ່ງຂັນ, ທ່ານ Indra Sjafri ຄູຝຶກ ຂອງ U22 ອີນໂດເນເຊຍ ຢັ້ງຢືນວ່າ ຫວຽດນາມສົມກັບການໄດ້ຮັບໄຊຊະນະ. ໃນຂະນະນັ້ນ, ທ່ານ Lee Young Jin, ຜູ້ຊ່ວຍວຽກຂອງ ຄູຝຶກ Park Hang-seo, ເນັ້ນໜັກວ່າ ຄະນະຄູຝຶກທຸກຄົນພ້ອມກັບບັນດານັກເຕະບານຈະສືບຕໍ່ມານະພະຍາຍາດ ເພື່ອ ບັນລຸເປົ້າໝາຍສູງກ່ວາ, ນຳບານເຕະ ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ