UAEຈະສືບຕໍ່ຊຸກຍູ້ການຮ່ວມມື2ຝ່າຍກັບຫວຽດນາມ
ທ່ານຮອງປະທານາທິບໍດີ, ນາຍົກລັດຖະມົນຕີ UAE Sheikh Mohmmed Bin Rashed Al Maktoum ແລະ ເອກອັກຄະລັດຖະທູດປະຈຳ UAE ຟ້າມບິ່ງດາມ (ຊ້າຍ)
(ພາບ: TTXVN)
(vovworld) – ວັນທີ 5/11, ທີວັງ Al Mushrif, ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຫວຽດນາມ ປະຈຳ ສະຫະລັດ ອາຣັບ ເອັມມີເລັດ (UAE) ຟ້າມບິ່ງດາມ, ໄດ້ຍື່ນສານຕາຕັ້ງເຖິງທ່ານຮອງປະທານາທິບໍດີ, ນາຍົກລັດຖະມົນຕີ UAE Sheikh Mohmmed Bin Rashed Al Maktoum. ທີ່ພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຟ້າມບິ່ງດາມ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຖື UAE ແມ່ນຄູ່ຮ່ວມມືສຳຄັນອັນດັບໜຶ່ງຢູ່ເຂດຕາເວັນອອກກາງ, ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດກໍ່ຄືເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ.
ທ່ານເອກອັກຄະລັດຖະທູດ ຟ້າມດິ່ງດາມ, ເນັ້ນໜັກວ່າ: 21 ປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດຫວຽດນາມ - UAE ມີບັນດາບາດກ້າວພັດທະນາກະໂດດຂັ້ນ. 2 ປະເທດໄດ້ຈັດຕັ້ງກອງປະຊຸມຄັ້ງທີ 2 ຄະນະກຳມາທິການລະຫວ່າງລັດຖະບານ 2 ປະເທດ (ເດືອນ 4/2014) ແລະ ກອງປະຊຸມຄັ້ງທີ 1 ທາບທາມຄວາມເຫັນການເມືອງລະຫວ່າງກະຊວງການຕ່າງປະເທດ 2 ປະເທດ (ເດືອນ 5/2014). ນີ້ແມ່ນພື້ນຖານເພື່ອສ້າງຂອບເຂດການພົວພັນຮ່ວມມືໝັ້ນຄົງລະຫວ່າງ 2 ປະເທດ, ພິເສດແມ່ນດ້ານການເມືອງ, ການຄ້າ ແລະ ການລົງທຶນ.
ທ່ານຮອງປະທານາທິບໍດີ - ນາຍົກລັດຖະມົນຕີ UAE ຢືນຢັນຈະສືບຕໍ່ຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ.
ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຟ້າມດິ່ງດາມ ພົບປະກັບປະຊາຄົມຊາວ ຫວຽດນາມ ພວມເຮັດວຽກ, ດຳລົງຊີວິດຢູ່ UAE