(VOVWORLD) -ວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ການນຳວິທະຍຸກະຈາຍສຽງຫວຽດນາມ VOV ແລະ ສະຫະພັນກິລາບານເຕະຫວຽດນາມ VFF ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ ບັນດາງານແຂ່ງຂັນ Futsal ລະດັບຊາດປີ 2018 ແລະ ຜັນຂະຫຍາຍແຜນການຮ່ວມມືຈັດຕັ້ງໃນລະດູຈັດງານແຂ່ງຂັນບານເຕະຄັ້ງໃໝ່ໃນປີ 2019
ທ່ານ ຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ VOV |
ທີ່ກອງປະຊຸມ, ທ່ານ ຫງວຽນເທ້ກີ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຊີ້ແຈ້ງວ່າ :
“ ຂ້າພະເຈົ້າສະເໜີບັນດາຫົວໜ່ວຍຂອງ ວິທະຍຸກະຈາຍສຽງຫວຽດນາມ, ຜ່ານຜົນສຳເລັດ ແລະ ບັນດາສິ່ງທີ່ຍັງບໍ່ທັນປະສົບຜົນສຳເລັດເພື່ອຈະຖອດຖອນເອົາບົດຮຽນ, ເພື່ອຮອດປີ 2019 ນີ້ ຈະໂຄສະນາໃຫ້ດີກ່ວາເກົ່າ, ພ້ອມທັງແກ່ດຶງບັນດາເພື່ອຮ່ວມອາຊີບໃນທົ່ວປະເທດເຂົ້າຮ່ວມ ພ້ອມກັບສະຫະພັນ, ນັກອຸປະຖຳເພື່ອຈັດຕັ້ງງານແຂ່ງຂັນບັນລຸໝາກຜົນດີ. ຂ້າພະເຈົ້າຫວັງວ່າ ເງິນລາງວັນໃນງານແຂ່ງຂັນປີນີ້ ຈະເພີ່ມຂຶ້ນ, ຢ່າງໜ້ອຍແມ່ນທົບ 2 ເທົ່າ ”