ພິທີລົງນາມໃນສັນຍາການຄ້າ ລະຫວ່າງ
Vietjet Air ກັບບັນດາບໍລິສັດການບິນຕ່າງປະເທດ
ພາບ:vietnamnet.vn
|
(vovworld)- ທີ່ງານວາງສະແດງການບິນສາກົນ Singapore Airshow 2016, Vietjet Air ໄດ້ລົງນາມໃນສັນຍາການຄ້າສຳຄັນຫລາຍສະບັບກັບ 3 ບໍລິສັດໃຫຍ່ໃນໂລກ ລວມມູນຄ່າ ນັບຕື້ໆ USD. ສັນຍາສະບັບທຳອິດ Vietjet Air ໄດ້ລົງນາມກັບບໍລິສັດ Pratt & Whitney ຂຶ້ນກັບກຸ່ມບໍລິສັດ United Technologies Corp ອາເມລິກາ ເພື່ອຊື້ກົນຈັກໃຫ້ 63 ເຮືອບິນ A320, A321 ແລະ ສັນຍານີ້ລວມມູນຄ່າ 3,04 ຕື້ USD. ສັນຍາສະບັບທີສອງ Vietjet Air ລົງນາມກັບ ບໍລິສັດ SR Technics ປະເທດສະວິດ ລວມມູນຄ່າ 60 ລ້ານ USD ກ່ຽວກັບບໍລິການເຄື່ອງອາໄລ່ ແລະ ສ້ອມແປງເຮືອບິນ . ສັນຍາສະບັບທີສາມ ລວມມູນຄ່າ 30 ລ້ານ USD. ຕາມນັ້ນແລ້ວ Vietjet Air ແລະ ບໍລິສັດການບິນ Airbus ສົມທົບກັນສ້າງຕັ້ງສູນອົບຮົມ Airbus ຕັ້ງຢູ່ ນະຄອນ ໂຮ່ຈິມີນ ຂອງຫວຽດນາມ, ສຸມໃສ່ບຳລຸງສ້າງນັກບິນ, ນັກວິສາວະກອນ, ຜູ້ບັນຊາການບິນ, ຊ່າງກົນຈັກ.