Vietjet ກາຍເປັນສະມາຊິກຂອງສະຫະສະມາຄົມຂົນສົ່ງການບິນສາກົນຢ່າງເປັນທາງການ

Vietjet ກາຍເປັນສະມາຊິກຂອງສະຫະສະມາຄົມຂົນສົ່ງການບິນສາກົນຢ່າງເປັນທາງການ - ảnh 1
ພາບ​ປະ​ກອບ

(vovworld) - ບໍ​ລິ​ສັດ​ການ​ບິນ Vietjet ຫາກໍ່​ຕ້ອນຮັບ​ໃບ​ຢັ້ງ​ຢືນ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ສະ​ມາ​ຄົມ​ຂົນ​ສົ່ງ​ການ​ບິນ​ສາ​ກົນ (IATA), ນີ​້​ເປັນ​ການຢັ້ງ​ຢືນທີ່​ຕັ້ງ​ບົດ​ບາດ​ຂອງ​ບໍ​ລິ​ສັດ​ການ​ບິນ​ລຸ້ນ​ໃໝ່ ​ສຳ​ລັບ​ປະ​ຊາ​ຄົມ​ການ​ບິນ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ທ່ານ​ນາງ ຫງວຽນ​ທິ​ເຟືອງ​ຖາວ, ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ການ​ບິນ Vietjet, ໃຫ້​ຮູ້​ວ່າ: ​ການເຂົ້າ​ຮ່ວມ IATA ມີ​ຄ​ວາມ​ໝາຍ​ວ່າ: Vietjet ໄດ້​ເຊື່ອມ​ໂຍ​ງ​​ຢ່າງຮອບ​ດ້ານ​ກັບ​ປະ​ຊາ​ຄົມ​ການ​ບິນ​ສາ​ກົນ​ຢ່າງ​ເປັນ​ທາງ​ການ, Vietjet ສາ​ມາດ​​ຮ່ວມ​ສຳ​ພັນ​ກັບ​ທຸກໆ​ບໍ​ລິ​ສັດ​ການ​ບິນ​ໃນ​ໂລກ. ໃນ​ເດືອນ 3 Vietjet ຈະ​ເລີ່ມ​​ລົງ​ມືກໍ່​ສ້າງ​ສະ​ຖາ​ບັນ​ການ​ບິນ Vietjet ຢູ່​ນະ​ຄອນ​ໂຮ່​ຈີ​ມິນ.


ຂ່າວ/ບົດ​ອື່ນ