Vietnam Airlinesປະຕິບັດທົດລອງສາຍການບິນຜ່ານເຂດນ່ານຟ້າລາວແລະກຳປູເຈຍສຳເລັດຜົນ
ພາບປະກອບ
(vovworld) – ບໍລິສັດການບິນແຫ່ງຊາດ ຫວຽດນາມ Vietnam Airlines ໃຫ້ຮູ້ວ່າ: ບໍລິສັດນີ້ໄດ້ປະຕິບັດສຳເລັດການບິນທົດລອງດ້ວຍເຮືອບິນ 2 ປະເພດຄື: Boeing 777 ແລະ Airbus 321 ໃນສາຍການບິນໂດຍກົງເໜືອ - ໃຕ້ຜ່ານນ່ານຟ້າ ລາວ ແລະ ກຳປູເຈຍ. ທັງ 2 ສາຍການບິນທົດລອງນີ້ລ້ວນແຕ່ໄດ້ຮັບການປະຕິບັດໃນຫ້ອງນັກບິນ SIM (ສົມຕິຖານ).
Vietjet Air ຈະດຳເນີນການບິນທົດລອງໃນສາຍການບິນໂດຍກົງເໜືອ - ໃຕ້ນີ້ໃນຫ້ອງນັກບິນທົດລອງຢູ່ ບາງກອກ (ປະເທດໄທ) ໃນຕອນຄຳ່ວັນທີ 2/9. ໃນຂະນະທີ່ ອົງການຄຸ້ມຄອງມອບໃຫ້ Vietnam Airlines ບິນທົດລອງດ້ວຍເຮືອບິນ 2 ປະເພດນັ້ນແມ່ນ B777 ແລະ A321, Vietjet ຈະບິນທົດລອງດ້ວຍເຮືອບິນຕົ້ນຕໍຂອງບໍລິສັດແມ່ນ A320.