Vietnam Airlinesເປີດສາຍການບິນທີ10ເຖິງຍີ່ປຸ່ນ
ພາບປະກອບ
(vovworld) – ວັນທີ 16/7, ບໍລິສັດໃຫຍ່ການບິນ ຫວຽດນາມ (Vietnam Airlines) ໄດ້ເປີດສະໜອງສາຍການບິນສາກົນເຖິງນະຄອນຫຼວງ ໂຕກຽວຂອງ ຍີ່ປຸ່ນ ຢ່າງເປັນທາງການນັ້ນແມ່ນສາຍການບິນດ່າໜັ້ງ - ນາຣິຕະ ດ້ວຍຖ້ຽວບິນທຳອິດມີໝາຍເລກ VN318 . ນີ້ກໍ່ແມ່ນສາຍການບິນທີ 10 ຈາກ ຫວຽດນາມ ເຖິງຍີ່ປຸ່ນຂອງ Vietnam Airlines, ພ້ອມທັງແມ່ນສາຍການບິນທຳອິດຈາກ ດ່າໜັ້ງເຖິງ ນະຄອນຫຼວງ ໂຕກຽວ ແລະ ແມ່ນສາຍການບິນສາກົນທີ 3 ຈາກ ດ່າໜັ້ງ ໄປຍັງປະເທດຕ່າງໆຂອງ Vietnam Airlines... ທ່ານ ເຈີ່ນຈີ໋ເກື່ອງ, ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວນະຄອນ ດ່າໜັ້ງ, ໃຫ້ຮູ້ວ່າ:
“ເລື່ອງເປີດສາຍການບິນໃນປະຈຸບັນແມ່ນຄວາມມານະພະຍາຍາມອັນໃຫຍ່ຫຼວງທີ່ສຸດຂອງນະຄອນ ແລະ ບໍລິສັດການບິນ Vietnam Airlines. ເລື່ອງເປີດສາຍການບິນນີ້ສືບຕໍ່ຢັ້ງຢືນວ່າ: ດ່າໜັ້ງ ຍັງແມ່ນສະຖານທີ່ປອດໄພ, ດູດດື່ມ ແລະ ສະໜິດສະໜົມກັບແຂກທ່ອງທ່ຽວ. ເຖິງຢ່າງໃດກໍ່ຕາມ, ຕະຫຼາດ ຍີ່ປຸ່ນ ຮຽກຮ້ອງຕ້ອງການຄຸນນະພາບສູງສຸດ, ດັ່ງນັ້ນ, ຂະແໜງທ່ອງທ່ຽວນະຄອນ ດ່າໜັ້ງ ຕ້ອງສືບຕໍ່ລົງທຶນສ້າງສຳເລັດພື້ນຖານໂຄງລ່າງ, ຍົກລະດັບ, ຄຸນນະພາບການບໍລິການ, ແຫຼ່ງຊັບພະຍາກອນເພື່ອຮັບໃຊ້ຕະຫຼາດເປັນຢ່າງດີ.”