(vovworld) - ຢູ່ເຂດອຸດສາຫະກຳປະສົມລົດໂອໂຕ ຈູລາຍ - ເຈື່ອງຫາຍ, ບໍລິສັດ Vina Mazda ໄດ້ມອບສົ່ງລົດທ່ອງທ່ຽວຍີ່ຫໍ້ Mazda ງວດທຳອິດໃຫ້ແກ່ກຸ່ມບໍລິສັດ Mazda ເພື່ອສົ່ງອອກໄປຍັງລາວ. ນີ້ແມ່ນບັນດາລົດໂອໂຕທຳອິດຂອງ Vina Mazda ທີ່ຖືກສົ່ງອອກໄປຍັງລາວ. ໃນການມອບສົ່ງລົດໂອໂຕຄັ້ງນີ້ 2 ຝ່າຍໄດ້ມອບສົ່ງລົດໂອໂຕ 25 ຄັນ. ຄາດວ່າ ໃນປີ 2013, Vina Mazda ຈະສົ່ງອອກລົດໂອໂຕປະມານ 300 ຄັນ ໄປຍັງຕະຫຼາດລາວ, ກຳປູເຈຍ, ມຽນມາ. ທ່ານຟ້າມວັນຕ່າຍ, ຜູ້ອຳນວຍການໃຫຍ່ບໍລິວັດ Vina Mazda ໃຫ້ຮູ້ວ່າ, ບັນດາຜະລິດຕະພັນນີ້ ບັນລຸມາດຕະຖານຂອງ Mazda Motor. ເຫດການ Vina Mazda ມອບສົ່ງລົດໂອໂຕໃຫ້ແກ່ກຸ່ມບໍລິສັດ Mazda ເພື່ອສົ່ງອອກໄປຍັງລາວ ແມ່ນພື້ນຖານໃຫ້ແກ່ການເປີດກວ້າງຕະຫຼາດ ໄປຍັງບັນດາປະເທດອື່ນໆໃນພາກພື້ນ.