(ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ມອບລາງວັນທີຫນຶ່ງໃຫ້
ທ່ານJohn Rutledge, ສັນຊາດ ອາເມລິກາ)
(vovworld) – ຕອນເຊົ້າວັນທີ 25/9, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງພິທີມອບລາງວັນການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2015”. ການເສັງນີ້ໄດ້ ຈັດຕັ້ງ 5 ປີ/ເທື່ອໜຶ່ງ, ໂດຍລະບົບລາຍການກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ (VOV 5) ຈັດຕັ້ງ ສະຫງວນໃຫ້ຜູ້ຟັງທຸກທ່ານຂອງວິທະຍຸກະຈາຍສຽງ ຫວຽດນາມ ຊຶ່ງແມ່ນຊາວຕ່າງປະເທດຢູ່ທຸກທະວີບ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດພວມທຳມາຫາກິນ, ດຳລົງຊີວິດຢູ່ຕ່າງປະເທດ.
ໃນການເສັງໃນປີນີ້, ທ່ານ Amir Jameel ສັນຊາດ ປາກິດສຖານ, ຜູ້ຟັງພາກພາສາອັງກິດ ຍາດໄດ້ລາງວັນພິເສດ. ຄະນະຈັດຕັ້ງໄດ້ມອງລາງວັນທີ 1 ໃຫ້ທ່ານ John Rutledge ສັນຊາດ ອາເມລິກາ ຜູ້ຟັງພາກພາສາອັງກິດ ດ້ວຍການຢ້ຽມຢາມ ຫວຽດນາມ ໃນ 1 ອາທິດ. ທ່ານ Prigodich Nikolai Vladimirovich ສັນຊາດ ເບລາຣຸດ ຜູ້ຟັງພາກພາສາ ລັດເຊຍ ຍາດໄດ້ລາງວັນທີ 2 ດ້ວຍການຢ້ຽມຢາມ ຫວຽດນາມ ໃນເວລາ 5 ວັນ. ລາງວັນທີ 3 ມີ 2 ລາງວັນ, ດ້ວຍການຢ້ຽມຢາມ ຫວຽດນາມ 4 ວັນ ແມ່ນມອບໃຫ້ທ່ານ ຈາວເຢຕູງ ສັນຊາດ ຈີນ ແລະ ທ່ານ Cendin Rosyad Nurdin ສັນຊາດ ອິນໂດເນເຊຍ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ:
“ການເສັງນີ້ເພື່ອຈຸດປະສົງແນະນຳໂຄສະນາພາບພົດປະເທດຊາດ, ຊາວ ຫວຽດນາມ ເຖິງເພື່ອນມິດສາກົນ, ແນະນຳວິທະຍຸກະຈາຍສຽງ ຫວຽດນາມ ເຖິງທ່ານຜູ້ຟັງໃນທົ່ວໂລກ. ພວກຂ້າພະເຈົ້າມີຄວາມປິຕິຊົມຊຶ່ມ ເມື່ອໄດ້ຮັບຄວາມສົນໃຈຈາກບັນດາທ່ານຜູ້ຟັງໃນທົ່ວໂລກ. ການເສັງປີນີ້ມີບົດເສັງເກືອບ 300 ບົດ ສ່ວນການເສັງໃນປີ 2010 ມີບົດເສັງພຽງ 200 ບົດ”.
ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ແລະ ທ່ານນາງ ດວານທິຈູງ,
ຜູ້ອຳນວຍການ VOV 5 ຊົມເຊີຍທ່ານJohn Rutledge
ທ່ານ ຈາວເຢີຕຸງ, ສັນຊາດຈີນ, ຜູ້ໄດ້ຮັບລາງວັນທີ 3, ສະແດງຄວາມປະທັບໃຈກ່ຽວກັບການເສັງ.
“ເມື່ອໄດ້ຮັບຂ່າວວ່າ ຂ້າພະເຈົ້າຍາດໄດ້ລາງວັນ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ບໍ່ພຽງແຕ່ສະເພາະຂ້າພະເຈົ້າເທົ່ານັ້ນ, ຫາກບັນດາຜູ້ເຂົ້າຮ່ວມການເສັງລ້ວນແຕ່ຮູ້ສຶກວ່າ ການເສັງບໍ່ແມ່ນເລື່ອງງ່າຍ, ບັນດາຄຳຖາມລ້ວນແຕ່ຍາກ, ຍ້ອນກວນເອົາຂົງເຂດຈາກເສດຖະກິດ, ການເມືອງ, ການຄ້າ ຕະຫຼອດຮອດວັດທະນະທຳ, ສັງຄົມ. ເມື່ອເຂົ້າຮ່ວມການເສັງນີ້ຜູ້ໃດກໍຕ້ອງປະຕິບັດຢ່າງເຂັ້ມງວດ ແລະ ຕ້ອງອອກເຫື່ອແຮງເພື່ອເຮັດບົດເສັງຂອງຕົນ. ສຳຄັນຂ້າພະເຈົ້າແລ້ວ, ເມື່ອ ເຂົ້າຮ່ວມການເສັງນີ້, ຕະຫຼອດຊີວິດຂອງຕົນກໍບໍ່ສາມາດຫຼົງລືມໄດ້”
ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV ມອບລາງວັນທີ 3 ໃຫ້ທ່ານ ຈາວເຢີຕຸງ, ສັນຊາດຈີນ,,
ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ ປີ 2015” ມີຜູ້ຟັງ 294 ຄົນທີ່ມາຈາກ 38 ປະເທດ ແລະ ເຂດແຄ້ວນເຂົ້າຮ່ວມ. ບັນດາບົດເສັງລ້ວນແຕ່ຕອບສະໜອງດ້ານເນື້ອໃນຂອງຄຳຖາມ. ບາງບົດເສັງໄດ້ກະກຽມຢ່າງລອບຄອບຖີ່ຖ້ວນ, ມີວິທະຍາສາດ, ມີພາບປະກອບຕິດພ້ອມອີກ, Sline ແລະ ບັນດາຕາຕະລາງ, ທີ່ສ່ອງແສງເຖິງຊີວິດດ້ານເສດຖະກິດ, ສັງຄົມຂອງຫວຽດນາມ. ຜູ້ເສັງຫຼາຍຄົນຍັງອັບເດັດຂ້ໍມູນຂ່າວຫຼ້າສຸດຕື່ມອີກ, ສິ່ງດັ່ງກ່າວແມ່ນສະແດງໃຫ້ເຫັນການຍາດເວລາເພື່ອຄົ້ນຄວ້າເອກະສານ, ກໍຄືຄວາມເຂົ້າໃຈ, ອາລົມຈິດຢ່າງເລິກເຊິ່ງຕໍ່ປະເທດ, ປະຊາຊົນຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ.
ພິທີມອບລາງວັນການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ