ບັນດາຫົວໜ່ວຍລົງນາມໃນແຜນການແຂ່ງຂັນ ປີ 2014 |
(vovworld)- ຕອນເຊົ້າວັນທີ 5/4, ຢູ່ແຂວງ ລາວກາຍ, ວິທະຍຸກະຈາຍສຽງຫວຽດນາມໄດ້ຈັດ ພິທີປຸກລະດົມ ແລະ ລົງນາມໃນແຜນການແຂ່ງຂັນ ປີ 2014 ສຳລັບກຸ່ມບັນດາສຳນັກງານປະຈຳຢູ່ພາຍໃນປະເທດ. ເນື້ອໃນການແຂ່ງຂັນໄດ້ຖືກ ສຳນັກງານ 5 ແຫ່ງປະຈຳຢູ່ພາຍໃນປະເທດກຳນົດວ່າ ສືບຕໍ່ເຄື່ອນໄຫວຕາມກຳນົດທິດໂຄສະນາຂອງ ວິທະຍຸກະຈາຍສຽງຫວຽດນາມ, ຫັນບັນດາເນື້ອໃນ, ແຜນການເຄື່ອນໄຫວໂຄສະນາໃຫ້ລະອຽດ ສອດຄ່ອງກັບພາລະໜ້າທີ່ຂອງແຕ່ລະຫົວໜ່ວຍ. ກ່າວຄຳເຫັນທີ່ພິທີປຸກລະດົມ ແລະ ລົງນາມໃນແຜນການແຂ່ງຂັນ ປີ 2014, ທ່ານວູ້ຫາຍ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ເນັ້ນໜັກວ່າ ບັນດາຫົວໜ່ວຍຄວນກວດກາຄືນການອອກອາກາດບັນດາ ລາຍການ, ການປົກຄຸມຄື້ນຂອງ ວິທະຍຸກະຈາຍສຽງຫວຽດນາມ, ເພີ່ມທະວີການອອກອາກາດລາຍການ FM ຢູ່ເຂດພາກເໜືອ ແລະ ເຂດໄຕງວຽນ, ປ່ຽນໃໝ່ເນື້ອໃນບັນດາລາຍການກະຈາຍສຽງເປັນພາສາຊົນເຜົ່າ.