(vovworld) - ຕອນເຊົ້າວັນທີ 01/03, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບພະນັກງານ, ນັກຂ່າວ, ບັນນາທິການ, ລັດຖະກອນເຕັກນິກວິທະຍຸກະຈາຍສຽງຫວຽດນາມ (VOV).
ໂດຍຕາງໜ້າໃຫ້ການນຳ VOV, ຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ລາຍງານຕໍ່ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ວ່າ, ຍາມໃດພະນັກງານທຸກຄົນກໍ່ມານະພະຍາຍາມນຳ VOV ກາຍເປັນກຸ່ມອົງການສື່ສານຫຼາຍຮູບການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດເຖິງຊາວຫວຽດນາມທຸກຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງຄົບຖ້ວນ. ທ່ານຜູ້ອຳນວຍການໃຫຍ່ ຫງວຽນດັງຕ໋ຽນ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, VOV ຈະໃຫ້ບຸລິມະສິດອັນດັບໜຶ່ງແກ່ວຽກງານກະກຽມເປີດສະຫຼອງຊ່ອງໂທລະພາບສະພາແຫ່ງຊາດ, ຕອບສະໜອງໜ້າທີ່ເຊິ່ງສະພາແຫ່ງຊາດໄດ້ມອບໝາຍໃຫ້.
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ເນັ້ນໜັກວ່າ VOV ຕ້ອງປະຕິບັດບົດບາດເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ເປັນຢ່າງດີກວ່າອີກ ແລະ ປາດຖະໜາວ່າ, ປີ 2014 VOV ຈະມານະພະຍາຍາມເພື່ອໃຫ້ຊ່ອງໂທລະພາບສະພາແຫ່ງຊາດ ເຄື່ອນໄຫວຢ່າງມີປະສິດທິຜົນ.
“ໃນໄລຍະຈະມາເຖິງ, ພວກເຮົາຈະມີຊ່ອງໂທລະພາບສະພາແຫ່ງຊາດເພື່ອເຜີຍແຜ່ບັນດາລັດຖະນະໂຍບາຍຂອງພັກ, ລັດທີ່ມີຕໍ່ຊີວິດສັງຄົມ, ຮັບປະກັນການຊີ້ນຳ, ນຳພາຂອງພັກຢ່າງເດັດຂາດ. ພິເສດແມ່ນຖ່າຍທອດສົດກອງປະຊຸມຂອງສະພາແຫ່ງຊາດເຖິງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ສະນັ້ນ, ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງ”.