VOV ມີສິດຜູກຂາດຖ່າຍທອດສົດ ບັນດານັດແຂ່ງຂັນເຕະບານໃນສາຍ K U23 ອາຊີ 2020

(VOVWORLD) -ວິທະຍຸກະຈາຍສຽງຫວຽດນາມໄດ້ກາຍເປັນຫົວໜ່ວຍຮັບຜິດຊອບການຜະລິດ ແລະ ຖ່າຍທອດສົດບັນດານັດແຂ່ງຂັນເຕະບານໃນສາຍ K ຮອບຄັດເລືອກຂອງງານແຂ່ງຂັນຊິງຊະນະເລີດກິລາບານເຕະ U23 ອາຊີ 2020 ພາຍຫຼັງພິທີປະກາດເມື່ອຕອນບ່າຍວັນທີ 18 ມີນາ ຢູ່ຮ່າໂນ້ຍ
VOV ມີສິດຜູກຂາດຖ່າຍທອດສົດ ບັນດານັດແຂ່ງຂັນເຕະບານໃນສາຍ K U23 ອາຊີ 2020 - ảnh 1ທ່ານ ຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ(ຢືນຢູ່ກາງ) 

ກ່າວຄຳເຫັນທີ່ພິທີປະກາດ, ທ່ານ ຫງວຽນເທ້ກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມໄດ້ຢືນຢັນວ່າ :

    “ ດ້ວຍຖານະແມ່ນອົງການສື່ມວນຊົນແຖວໜ້າຂອງຫວຽດນາມ, ວິທະຍຸກະຈາຍສຽງຫວຽດນາມ ຍາມໃດກໍກຽມພ້ອມປະຕິບັດໜ້າທີ່ຂອງຕົນຢ່າງສຸດຂີດເພື່ອຮັບໃຊ້ມວນຊົນ. ພວກຂ້າພະເຈົ້າຫວັງວ່າ ບັນດານັກເຕະບານຂອງພວກເຮົາ ຈະສືບຕໍ່ແຂ່ງຂັນທີ່ດີເພື່ອຄ້ວາໄດ້ຫຼຽນລາງວັນ, ເຖິງວ່າຕ້ອງພົບກັບບັນດາຄູ່ແຂ່ງທີ່ເຂັ້ມແຂງ  ”

ຕອບກັບ

ຂ່າວ/ບົດ​ອື່ນ