VOV ມອບລາງວັນ “ການເສັງຊອກຮູ້ APEC ຫວຽດນາມ 2017”

(VOVWORLD) -ວິທະຍຸກະຈາຍສຽງຫວຽດນາມ (VOV) ຫາກໍ່ຈັດພິທີມອບລາງວັນຄັ້ງທີ 1 “ການເສັງຊອກຮູ້ APEC ຫວຽດນາມ 2017” ໃນຕອນເຊົ້າວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ.
VOV ມອບລາງວັນ “ການເສັງຊອກຮູ້ APEC ຫວຽດນາມ 2017” - ảnh 1( VOV ມອບລາງວັນ “ການເສັງຊອກຮູ້ APEC ຫວຽດນາມ 2017”)

ນີ້ແມ່ນເຫດການໂດຍ VOV ສົມທົບກັບຄະນະກຳມະການແຫ່ງຊາດ APEC 2017, ກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ ເນື່ອງໃນໂອກາດກອງປະຊຸມສຸດຍອດ APEC ຈະດຳເນີນຢູ່ນະຄອນດ່ານັ້ງ. ການເສັງນີ້ແມ່ນເພື່ອແນໃສ່ປຸກລະດົມປະຊາຊົນໃນທົ່ວປະເທດເຂົ້າຮ່ວມການເສັງຊອກຮູ້ກ່ຽວກັບ APEC, ກໍ່ຄືບັນດາການເຄື່ອນໄຫວໃນຂອບເຂດເວທີປາໄສດັ່ງກ່າວ ເພື່ອມີຄວາມເຂົ້າໃຈກ່ຽວກັບເຫດການພົວພັນຕ່າງປະເທດສຳຄັນທີ່ສຸດຂອງຫວຽດນາມ ໃນປີ 2017. ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ວ່າ.

        “ມີຜູ້ຟັງເກືອບ 3.000 ຄົນໄດ້ສົ່ງຄຳຕອບເຖິງ VOV ແລະ ຜູ້ເຂົ້າແວັບໄຊກວ່າ 60.000 ຄັ້ງ ໄດ້ຊີ້ໃຫ້ເຫັນວ່າ, ການເສັງຊອກຮູ້ APEC ຫວຽດນາມ 2017 ໄດ້ ແລະ ພວມໄດ້ຮັບສົນໃຈ, ສະໜັບສະໜູນ ແລະ ຕັ້ງໜ້າຮ່ວມເດີນທາງຂອງຜູ້ຟັງໃນທົ່ວປະເທດ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ, ປະຊາຊົນຫວຽດນາມ ມີຄວາມສົນໃຈເປັນພິເສດເຖິງບັນດາບັນຫາສຳຄັນຂອງປະເທດຊາດ.”

        ມີ 21 ຄົນໄດ້ຮັບລາງວັນໃນຄັ້ງນີ້ ແມ່ນບັນດາຜູ້ຟັງຂອງ VOV ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ. ການເສັງໄດ້ແກ່ຍາວຮອດວັນທີ 11 ພະຈິກ 2017 ຈຶ່ງອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ