(vovworld) – ຕອນບ່າຍວັນທີ 31/7, ຢູ່ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ, 58 ຖະໜົນກວານຊື໋, ຮ່າໂນ້ຍ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຫງວຽນດັງຕ໋ຽນ ໄດ້ໃຫ້ການຕ້ອນຮັບທ່ານ Javad Mottaghi, ເລຂາທິການໃຫຍ່ສະຫະສະມາຄົມວິທະຍຸກະຈາຍສຽງ ອາຊີ - ປາຊີຟີກ (ABU), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມວິທະຍຸກະຈາຍສຽງ ອາຊີ 2013. ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນດັງຕ໋ຽນ ເນັ້ນໜັກວ່າ: ຜ່ານກອງປະຊຸມຄັ້ງນີ້, ບັນດາຜູ້ເຮັດວຽກງານກະຈາຍສຽງ ແລະ ບັນດາອົງການສື່ສານຂອງ ຫວຽດນາມ ໄດ້ສຳພັດກັບບັນດາຂໍ້ມູນຂ່າວທີ່ມີປະໂຫຍດ, ແທດຈິງເພື່ອນຳໃຊ້ໃຫ້ແກ່ການພັດທະນາໃນອະນາຄົດຂອງຂະແໜງກະຈາຍສຽງ ຫວຽດນາມ. ທ່ານ ຫງວຽນດັງຕ໋ຽນ ເວົ້າວ່າ:
“ທຸກໆຄຳເຫັນ, ບົດທາບທາມຄວາມເຫັນຂອງບັນດາຊ່ຽວຊານ, ນັກປາຖະກະຖາ ຈະໄດ້ລວບລວມ ແລະ ພິມເປັນເອກະສານເພື່ອໃຫ້ບັນນາທິການ, ນັກຂ່າວແລກປ່ຽນ ແລະ ຍົກອອກບັນດາບົດຮຽນທີ່ດີກ່ວາເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວິຊາສະເພາະຂອງຕົນ. ພວກຂ້າພະເຈົ້າແມ່ນສະມາຊິກຢ່າງເປັນທາງການຂອງ ABU ແລະ ແນ່ນອນວ່າ ພວກຂ້າພະເຈົ້າຈະພະຍາຍາມປະຕິບັດສຳເລັດໜ້າທີ່ຂອງຕົນໃນຊາຍຄາລວມ ABU”
ໂດຍຕາງໜ້າໃຫ້ສະຫະສະມາຄົມວິທະຍຸກະຈາຍສຽງ ອາຊີ - ປາຊີຟີກ, ທ່ານເລຂາທິການໃຫຍ່ Javad Mottaghi ຕີລາຄາສູງຄວາມມານະພະຍາຍາມຂອງ VOV ໃນການຈັດຕັ້ງກອງປະຊຸມວິທະຍຸກະຈາຍສຽງ ອາຊີ 2013.
“VOV ສວມບົດບາດສຳຄັນທີ່ສຸດໃນຜົນສຳເລັດຂອງ ABU. ABU ແມ່ນຄອບຄົວໃຫຍ່. ຍິ່ງເຮັດວຽກ, ແລກປ່ຽນນຳກັນ, ພວກເຮົາຍິ່ງເຂົ້າໃຈກັນກ່ວາ ແລະ ໝາກຜົນຂອງບັນດາການເຄື່ອນໄຫວລວມຈະນັບມື້ນັບດີກ່ວາ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງດ້ວຍຜົນງານທີ່ໄດ້ຮັບໃນປະຈຸບັນ”
ແລະກໍ່ໃນຕອນບ່າຍວັນດຽວກັນ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນດັງຕ໋ຽນ ໄດ້ຕ້ອນຮັບຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ ສີພາ ນົງລາດ. ທີ່ການຕ້ອນຮັບ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ ຫວັງວ່າ: ການພົວພັນລະຫວ່າງວິທະຍຸກະຈາຍສຽງ 2 ປະເທດຈະພັດທະນານັບມື້ນັບແໜ້ນແຟ້ນກ່ວາອີກ, ຮັບເອົາຜົນງານໄດ້ຫຼາຍ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ.