(VOVWORLD) - ໃນສະພາບທີ່ 2 ສະຖານີວິທະຍຸພວມປະເຊີນໜ້າກັບບັນດາສິ່ງທ້າທາຍລວມຂອງຍຸກສະໄໝ, ການຮ່ວມມືກັນຢ່າງແໜ້ນແຟ້ນຈະຊ່ວຍໃຫ້ 2 ຝ່າຍຮັບມືກັບບັນດາສິ່ງທ້າທາຍໄດ້ເປັນຢ່າງດີກວ່າ
(ທ່ານຜູ້ອຳນວຍການໃຫຍ່ ໂດ້ຕຽນຊີ ນຳໜ້າໄດ້ໄປຢ້ຽມຢາມສະຖານີວິທະຍຸ ABC Sydney) |
ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕາລີ, ຕອນເຊົ້າວັນທີ 30 ສິງຫາ, ຢູ່ນະຄອນ Sydney, ລັດ New South Wales, ຄະນະປະຕິບັດງານວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍທ່ານຜູ້ອຳນວຍການໃຫຍ່ ໂດ້ຕຽນຊີ ນຳໜ້າໄດ້ໄປຢ້ຽມຢາມສະຖານີວິທະຍຸ ABC Sydney ແລະ ເຮັດວຽກກັບບັນດາການນຳຂອງວິທະຍຸ.
ທີ່ການເຮັດວຽກ, ທ່ານ ໂດ້ຕຽນຊີ ຖືວ່າ: ໃນສະພາບທີ່ 2 ສະຖານີວິທະຍຸພວມປະເຊີນໜ້າກັບບັນດາສິ່ງທ້າທາຍລວມຂອງຍຸກສະໄໝ, ການຮ່ວມມືກັນຢ່າງແໜ້ນແຟ້ນຈະຊ່ວຍໃຫ້ 2 ຝ່າຍຮັບມືກັບບັນດາສິ່ງທ້າທາຍໄດ້ເປັນຢ່າງດີກວ່າ ແລະ ເລື່ອງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຈະຊ່ວຍໃຫ້ 2 ສະຖານີວິທະຍຸພ້ອມກັນກຳແໜ້ນກາລະໂອກາດ ແລະ ພັດທະນາເປັນຢ່າງດີກ່ວາໃນອານາຄົດ.
ທ່ານ ໂດ້ຕຽນຊີ ໃຫ້ຮູ້ວ່າ: VOV ພວມຍູ້ແຮງວິວັດການຫັນເປັນດີຈີຕອນ, ສະນັ້ນ, ປາດຖະໜາວ່າ ວິທະຍຸກະຈາຍສຽງ ABC ຈະສົມທົບກັນບຳລຸງສ້າງນັກຂ່າວ ແລະ ແບ່ງປັນບົດຮຽນກັບ VOV ໃນວິວັດການນີ້. ສ່ວນຜູ້ຕາງໜ້າວິທະຍຸ ABC ກໍ່ເຫັນດີກັບຂໍ້ສະເໜີດັ່ງກ່າວ ແລະ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຈະປຶກສາຫາລືເນື້ອໃນນີ້ໃຫ້ລະອຽດກວ່າ.