(vovworld) - ຕາມທະນາຄານໂລກ (WB) ແລ້ວ, ລະດັບເຕີບໂຕຂອງຫວຽດນາມ ຄາດຄະເນວ່າ ຈະບັນລຸ 5,2% ໃນປີ 2012 ແລະ 5,5% ໃນປີ 2013. ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນທີ່ບົດລາຍກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມຂອງຫວຽດນາມ ເຊິ່ງ WB ປະກາດທີ່ການປະຊຸມຂ່າວກ່ຽວກັບກອງປະຊຸມກຸ່ມທີ່ປຶກສາບັນດານັກອຸປະຖຳໃຫ້ແກ່ຫວຽດນາມ (CG) ປີ 2012 ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 5/12, ຢູ່ຮ່າໂນ້ຍ. ບົດລາຍງານໄດ້ຕີລາຄາສູງບັນດານະໂຍບາຍຮັບປະກັນເສດຖະກິດຂອງລັດຖະບານຫວຽດນາມ. ຫວຽດນາມ ໄດ້ມີການຫັນປ່ຽນຫຼາຍຢ່າງໃນການຊຳລະ ແລະ ເປັນຄັ້ງທຳອິດທີ່ເກີນດູນດ້ານການຄ້າ. ນີ້ແມ່ນບາດກ້າວທີ່ດີໃນສະພາບເສດຖະກິດທົ່ວໂລກຍັງມືດມົວຢູ່.