ທ່ານນາຍົກ ລັດຖະມົນຕີ ຫງວຽນເຕີນຢູງ ແລະ
ທ່ານ Philipp Rosler, ຜູ້ອຳນວຍການ WEF
|
(vovworld)- ວັນທີ 22/7, ທ່ານນາຍົກ ລັດຖະມົນຕີ ຫງວຽນເຕີນຢູງ ໄດ້ໃຫ້ການຕ້ອນຮັບ ທ່ານ Philipp Rosler, ຜູ້ອຳນວຍການບໍລິຫານ ເວທີປາໄສເສດຖະກິດໂລກ WEF ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຂອບອົກຂອບໃຈທ່ານ Philipp Rosler ໄດ້ສະຫນັບສະຫນູນຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບການຈັດຕັ້ງກອງປະຊຸມ ເວທີປາໄສເສດຖະກິດໂລກ ແມ່ຂອງ ຢູ່ ຫວຽດນາມ ໃນປີ 2016. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີ WEF ຕັ້ງຫນ້າຮ່ວມມືກັບຫວຽດນາມ ໃນການໂຄສະນາພາບພົດປະເທດຊາດ, ຊຸກຍູ້ບັນດາກຸ່ມບໍລິສັດໃຫຍ່ເພີ່ມທະວີການລົງທຶນຢູ່ຫວຽດນາມ. ຜູ້ອຳນວຍການບໍລິຫານ ເວທີປາໄສເສດຖະກິດໂລກ Philipp Rosler ຢືນຢັນວ່າ: WEF ຈະສົມທົບຢ່າງແຫນ້ນແຟ້ນກັບຫວຽດນາມ ເພີ່ມທະວີໂຄສະນາພາບພົດຫວຽດນາມ ທີ່ບັນດາກອງປະຊຸມຂອງ WEF.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ກໍໄດ້ຕ້ອນຮັບທ່ານ Philipp Rosler ຜູ້ອຳນວຍການບໍລິຫານ ເວທີປາໄສເສດຖະກິດໂລກ.