WHOສ້າງຍຸດທະສາດຮັບມືກັບໂລກລະບາດEbola
ພາບປະກອບ:internet
|
(vovworld)- ອົງການອະນາໄມໂລກ(WHO) ພວມສ້າງແຜນການຍຸດທະສາດ ເພື່ອຮັບມືກັບໂລກລະບາດ Ebola ຢູ່ ອາຟຼິກາຕາເວັນຕົກ ແຕ່ກໍຮັບຮູ້ວ່າ: ຍາກທີ່ຢຸດຕິໂລກລະບາດດັ່ງກ່າວໃນປີນີ້ໄດ້. ກ່າວຄຳເຫັນທີ່ການປະຊຸມຂ່າວເມື່ອວັນທີ 22/8 ຢູ່ເຊີແນວ ປະເທດ ສະວິດ, ໂຄສົກອົງການ WHO, ທ່ານນາງ Fadela Chaib ຮັບຮູ້ວ່າ: WHO ພວມສ້າງວິວັດການເຄື່ອນໄຫວກ່ຽວກັບວິທີການຮັບມືກັບໂລກລະບາດ Ebola ແລະ ທ່ານນາງ ໃຫ້ຮູ້ວ່າ: ບໍ່ຢັ້ງຢືນໄດ້ວ່າ ໂລກລະບາດດັ່ງກ່າວຈະຖືກຄວບຄຸມໃນເວລາໃດ ແລະ ສະພາບການສັບສົນນີ້ອາດຈະແກ່ຍາວເຖິງປີ 2015. WHO ຈະຕິດຕາມກວດກາສະພາບໂລກລະບາດຢ່າງໃກ້ຊິດ. ນັບແຕ່ ໂລກລະບາດ Ebola ເກີດຂຶ້ນເມື່ອ ເດືອນ 2 ຜ່ານມາ ໄດ້ເຮັດໃຫ້ 1.350 ຄົນຖືກເສຍຊີວິດ.