WHO ຕັ້ງ​ຊື່​​ ຢ່າງ​ເປັນ​ທາງ​ການ​ໃຫ້​ແກ່ ໄວ​ຣັດ Corona ສາຍ​ພັນໃໝ່ ແມ່ນ SARS – CoV - 2

(VOVWORLD) -ວັນທີ 22 ກຸມພາ, ອົງການອະນາໄມໂລກ (WHO) ໄດ້ຕັ້ງຊື່ຢ່າງເປັນທາງການໃຫ້ແກ່ ໄວຣັດ Corona ສາຍພັນໃໝ່ ແມ່ນ SARS – CoV – 2. 
WHO ຕັ້ງ​ຊື່​​ ຢ່າງ​ເປັນ​ທາງ​ການ​ໃຫ້​ແກ່ ໄວ​ຣັດ Corona ສາຍ​ພັນໃໝ່ ແມ່ນ SARS – CoV - 2 - ảnh 1(ພາບປະກອບ: dangcongsan.vn)

ຊື່ນີ້ ໄດ້ເລືອກເອົາຍ້ອນວ່າ ໄວຣັດສາຍພັນໃໝ່ນີ້ມີຄວາມຄ້າຍຄືກັນກ່ຽວກັບ Gen ກັບ ໄວຣັດ  Corona ທີ່ກໍ່ໃຫ້ເກີດພະຍາດອັກເສບປອດ SARS ໃນປີ 2003. ເຖິງວ່າກ່ຽວຂ້ອງກັນ ແຕ່ສອງໄວຣັດດັ່ງກ່າວແມ່ນແຕກຕ່າງກັນ. ຕາມອົງການອະນາໄມໂລກແລ້ວ, ໄວຣັດເຄີຍໄດ້ຕັ້ງຊື່ອີງຕາມ Gen ຂອງ ມັນ ເພື່ອສ້າງເງື່ອນໄຂສະດວກໃນການພັດທະນາການໄຈ້ແຍກ, ບົ່ງມະຕິພະຍາດ, ວັກຊິນ ຫຼື ຢາ. ພະຍາດໄດ້ຕັ້ງຊື່ເພື່ອອະນຸຍາດໃຫ້ປຶກສາຫາລືກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ, ການແຜ່ລະບາດ, ລະດັບຄວາມຮຸນແຮງ ແລະ ວິທີການປິ່ນປົວ. ດັ່ງນັ້ນ, ຊື່ທາງການຂອງ ໄວຣັດ ແມ່ນ SARS – CoV – 2 ແລະ ຊື່ໂລກລະບາດ ແມ່ນ COVID – 19.

ຕອບກັບ

ຂ່າວ/ບົດ​ອື່ນ