(VOVWORLD) -ແຂວງຝູເຖາະມີສີ່ກອງສິລະປະຂັບຊວານ, ແຕ່ສະເພາະຕາແສງ ກີມດຶກໄດ້ມີເຖິງສາມກອງຄືຝູ່ດຶກ, ຊວານແທັດ, ກີມດ່າຍ.ຫໍບູຊາຫຼາຍແລ່ນທີ່ບ້ານ ຝູ່ດຶກຕາແສງກີມດຶກກໍ່ແມ່ນແຫ່ງໃຫ້ກຳເນີດສິລະປະຂັບຊວານ. ຜ່ານໄລຍະເວລາແຫ່ງປະຫວັດສາດ ຊາວບ້ານຝູ່ດຶກຍັງຄົງຮັກສາອະນຸລັກແລະເສີມຂະຫຍາຍສິລະປະຂັບຊວານ - ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ.
ການສະແດງຂັບຊວານຢູ່ຫໍບູຊາຫຼາຍແລ່ນທີ່ບ້ານ ຝູ່ດຶກ |
ຂັບຊວານ ແມ່ນປະເພດຂັບລຳທຳເພງພື້ນເມືອງເຊິ່ງເຄີຍປະຕິບັດໃນພິທີກຳ, ນີ້ແມ່ນປະເພດສິລະປະຫຼາຍປັດໄຈ: ດົນຕີ, ຂັບລຳທຳເພງ, ຟ້ອນເພື່ອຮັບໃຊ້ຄວາມຕ້ອງການທາງດ້ານການເຫຼື້ອມໃສຊຸມຊົນ.
ຫໍບູຊາຫຼາຍແລ່ນແຕ່ດົນນານມາແລ້ວໄດ້ກາຍເປັນປູຊະນີຍະສະຖານທີ່ສຳຄັນ ຂອງຊາວສຕາແສງກີມດຶກເວົ້າສະເພາະແລະແຂວງຝູເຖາະເວົ້າລວມ. ຫໍບູຊາບໍ່ພຽງແຕ່ແມ່ນສະຖານທີ່ໄຫວ້ບູຊາຂອງຊາວບ້ານເທົ່ານັ້ນຫາກຍັງແມ່ນບ່ອນດຳເນີນຊີວິດວັດທະນະທຳຂອງຊາວບ້ານອີກດ້ວຍໃນນັ້ນມີຫ້ອງມູນເຊື້ອສະແດງວັດຖຸເອກະສານທີ່ລ້ຳຄ່າກ່ຽວກັບສິລະປະຂັບຊວານ ການຈັດຕັ້ງສະແດງຂັບຊວານຮັບໃຊ້ແຂກທ່ອງທ່ຽວຈາກສະລາທິດເມື່ອກັບຄືນມາຢ້ຽມຢາມດິນແດນແຫ່ງບັນພະບູລຸດ. ຕາມການເລົ່າຂານກັນມາວ່າຂັບຊວານໄດ້ມີມາແຕ່ສະໄໝລາດຊະວົງຮຸ່ງ. ລຸງຫງວຽນຊວັນໂຮ້ຍຜູ້ເຝົ້າຍາມຢູ່ຫໍບູຊາຫຼາຍແລ່ນເລົ່າສູ່ຟັງວ່າ:
“ຕາມການເລົ່າຂານກັນມາວ່າ ໃນລະດູບານໃໝ່ປີໜຶ່ງເຈົ້າຊີວິດຮຸ່ງພ້ອມກັບເສນາອາມາດຊອກຫາດິນແດນເພື່ອຕັ້ງເມືອງຫຼວງ. ໃນຕອນທ່ຽງຂອງມື້ໜຶ່ງ ເຈົ້າຊີວິດຮຸ່ງໄດ້ແວ່ຢາມດິນແດນແຫ່ງນີ້ແລະໄດ້ເຫັນເດັກລ້ຽງຄວາຍພວມຂັບຮ້ອງບັນດາບົດເພງທີ່ຊາວບ້ານເຄີຍຂັບຮ້ອງ. ເຈົ້າຊີວິດໄດ້ສັງເກດເຫັນບົດເພງມີຫຼາຍຕອນຂັບມ່ວນທີ່ສຸດດັ່ງນັ້ນເຈົ້າຊີວິດໄດ້ຮຽກພວກເດັກມາແລ້ວກໍ່ດັດປັບເນື້ອຮ້ອງບາງຄຳແລະບອກພວກເດັກຕ້ອງຂັບຮ້ອງແນວໃດໃຫ້ເປັນວັກເປັນຕອນ”.
ຕາມບັນດາຜູ້ອາຍຸສູງໃນບ້ານຝູ່ດຶກແລ້ວຂັບຊວານ ລວມມີສາມປະເພດຄືທີໜຶ່ງແມ່ນຂັບຮ້ອງໃນພິທີກຳ ນີ້ແມ່ນປະເພດຂັບຮ້ອງໃນການໄຫວ້ບູຊາ, ຂັບຮ້ອງໃຫ້ເຈົ້າຊີວິດຟັງແລະຫວັງວ່າເຈົ້າຊີວິດແລະບັນດາເທວະດາຟ້າແຖນເຫັນສະພາຕົວຈິງເພື່ອຊ່ວຍເຫຼືອຊາວບ້ານໃຫ້ມີຊີວິດອີ່ມໜຳສຳລານແລະຜາສຸກ.ທີສອງແມ່ນຂັບໃນງານລ້ຽງຢູ່ເດີນສາລາແລະເດີນພະວິຫານ. ແລະທີສາມແມ່ນຂັບຮ້ອງຢູ່ບັນດາງານບຸນຂອງໝູ່ບ້ານ. ນາງເລທິຍ່ານ ສັງກັດກອງສິລະປະຂັບຊວານແທັດຕາແສງກີມດຶກໃຫ້ຮູ້ວ່າ:
“ປະເພດຂັບຮ້ອງໃນພິທີໄຫວ້ບູຊາແມ່ນມີລັກສະນະການເຫຼື້ອມໃສ. ດັ່ງນັ້ນທຳນອງເພງກໍ່ບໍ່ຄືຂັບຊວານ ປະເພດອື່ນ. ຂັບຊວານໃນພິທີໄຫວ້ບູຊາກໍ່ຍາກກວ່າທຳນອງເພງອື່ນໆ. ພວກນັກຮ້ອງກໍ່ຕ້ອງຂັບຮ້ອງຢ່າງເຄັ່ງຂຶມແລະເຂັ້ມງວດ”.
ຊາວບ້ານຝູ່ດຶກເຄີຍຂັບຮ້ອງຕາມແບບບູຮານສາມາດຮັກສາທຳນອງເພງທີ່ເກົ່າແກ່ ແລະສະແດງໃຫ້ເຫັນຈິດໃຈແລະທຸກສິ່ງທຸກຢ່າງທີ່ປູ່ຍ່າຕາຍາຍໄດ້ປະໄວ້ໃຫ້. ລຸງຫງວຽນວັນທວຽດສັງກັດກອງສິລະປະຂັບຊວານແທັດຕາແສງກີມດຶກໃຫ້ຮູ້ວ່າ:
“ຂັບຊວານກໍ່ມີຫຼາຍທຳນອງ. ກອງສິລະປະຂ້າພະເຈົ້າກໍ່ເຄີຍຂັບຮ້ອງບັນດາທຳນອງເພງບູຮານ ເຊິ່ງຄົນລຸ້ນກ່ອນໆ ໄດ້ປະໄວ້ໃຫ້. ຂັບຊວານກໍ່ຮຽກຮ້ອງໃຫ້ນັກຮ້ອງຕ້ອງຝຶກແອບແລະຮຽນຫຼາຍພ້ອມທັງມີຄວາມເມົາມົວຈຶ່ງສາມາດຂັບຮ້ອງໄດ້”.
ເນື້ອໃນຂອງບົດເພງຂັບຊວານແມ່ນອຸດົມສົມບູນທີ່ສຸດຈາກບັນດາເລື່ອງລາວແຕ່ປາງກີ້ປາງກ່ອນແຕ່ສະໄໝລາດຊະວົງຮຸ່ງຕະຫຼອດຮອດບັນດາເລື່ອງລາວຍ້ອງຍໍສັນລະເສີນຄວາມງາມບ້ານເກີດເມືອງນອນປະເທດຊາດ, ພັນລະນາເຖິງທິວທັດທຳມະຊາດການດຳລົງຊີວິດອອກແຮງງານຂອງມະນຸດຄວາມຮັກລະຫວ່າງຂອງຄູ່ບ່າວສາວ... ເຖິງວ່າເບິ່ງຄືຊິງ່າຍດາຍລຽບງ່າຍກໍ່ຕາມແຕ່ຢາກຂັບຮ້ອງທຳນອງເພງຂັບຊວານບູຮານໃຫ້ມ່ວນນັ້ນ ແມ່ນບໍ່ງ່າຍແຕ່ຢ່າງໃດ. ຄວາມເປັນເອກະລັກສະເພາະຂອງຂັບຊວານແມ່ນຕ້ອງມີບັນດາວາດຟ້ອນນຳອີກດ້ວຍບັນດາຈັງຫວະເຕັກນິກທີ່ຊັດເຈນ. ນາງຫງວຽນທິແທັງຮວ່າພະນັກງານຄະນະວັດທະນະທຳສັງຄົມຕາແສງກີມດຶກໃຫ້ຮູ້ວ່າ:
“ພາຍຫຼັງທີ່ຂັບຊວານໄດ້ຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດນັ້ນ, ຄະນະວັດທະນະທຳສັງຄົມຕາແສງກີມດຶກໄດ້ເຄີຍແລກປ່ຽນກັບບັນດານັກສິລະປະການ, ບັນດາໂຮງຮຽນຢ່າງເປັນປະຈຳເພື່ອຮັກສາຖ່າຍຖອດໃຫ້ແກ່ຊາວບ້ານທຸກໆຄົນແລະບັນດາສະມາຊິກສັງກັດກອງສິລະປະຂັບຊວານ”.
ບັນດາທຳນອງເພງຂັບຊວານໃນບ້ານຝູ່ດຶກແມ່ນເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳພື້ນເມືອງຢູ່ດິນແດນແຫ່ງບັນພະບູລຸດ ເຊິ່ງບໍ່ພຽງແຕ່ປະກອບສ່ວນເຮັດໃຫ້ຮູບພາບງານບຸນພື້ນເມືອງໃນແຂວງ ຝູເຖາະ ເພີ່ມຄວາມອຸດົມສົມບູນເທົ່ານັ້ນຫາກຍັງສະແດງໃຫ້ເຫັນຫຼັກສິນທຳກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນ້ຳຂອງຊາດຫວຽດນາມ.