(VOVWORLD) -ສຳລັບບັນດາເຜົ່າສ່ວນໜ້ອຍຢູ່ເຂດເຕິຍງວຽນ, ກອນລຳໄດ້ຜ່ານໄລຍະປະຫວັດສາດວັດທະນະທຳອັນຍາວນານກໍ່ຄືບັນດາບົດຮຽນໃນການດຳລົງຊີວິຖືກສະສົມມາແຕ່ບູຮານນະການ. ກອນລຳແຕ່ລະເລື່ອງກໍ່ລ້ວນແຕ່ມີວິນຍານທາງດ້ານວັດທະນະທຳ ຄືດັ່ງສຽງກັງວານຂອງການດຳລົງຊີວິດວົງຄະນາຍາດບັນດາເຜົ່າຢູ່ເຂດພູພຽງຜ່ານໄລຍະປະຫວັດສາດນັບພັນປີ. ພາຍຫຼັງມິດງຽບໄປເປັນໄລຍະໜຶ່ງ, ມາຮອດປັດຈຸບັນຢູ່ບັນດາໜູ່ບ້ານໄດ້ມີການເຄື່ອນໄຫວຂັບກອນລຳໄດ້ຮັບການຟື້ນຟູ
ນັກສິລະປະການ ອີໂວນກະນູນ ແນະນຳກ່ຽວກັບ ກອນລຳຕໍ່ມວນຊົນ |
ໃນຫ້ອງຮັບແຂກຢູ່ສາລາບ້ານຫຼັງໜຶ່ງ ຢູ່ຂ້າງກອງໄຟຍາມຄ່ຳຄືນ, ນັກສິລະປະການໜຸ່ມ ອີໂວນກະນູນ ຢູ່ບ້ານ ອາກໍເດິຮົງ ນະຄອນບວນມາທ້ວດ ແຂວງດັດລັກກໍ່ໄດ້ເລົ່າເຖິງບົດກອນລຳ ເມີເດິຣົງດາມ. ເນື້ອໃນຂອງກອນລຳດັ່ງກ່າວກໍ່ແມ່ນເລື່ອງລາວກ່ຽວກັບຊີວະປະຫວັດຫຍໍ້ ການກຳເນີດຂຶ້ນຂອງອ້າຍບ່າວເມີເດິຣົງດາມ ເຊິ່ງແມ່ນນັກວິລະຊົນທີ່ດີເດັ່ນໃນພື້ນຖານກອນລຳເຜົ່າເອເດ. ຜ່ານການເລົ່າຂອງນັກສິລະປະການ, ໄລຍະປະຫວັດສາດໜຶ່ງໄດ້ຖືກວາດພາບເຖິງບັນດາບຸກຄົນວິລະຊົນແຫ່ງເທບນິຍາຍ, ບັນດາການດຳເນີນຊີວິດຢູ່ໝູ່ບ້ານ, ບັນດາງານບຸນອັນເປັນປະເພນີຂອງເຜົ່າເອເດ. ອີໂວນກະນູນໃຫ້ຮູ້ວ່າ ໃນໄລຍະກວ່າ 40 ປີທີ່ຜ່ານມາລາວໄດ້ມີເວລາເກືອບເຄິ່ງໜຶ່ງໄດ້ເຊື່ອມຕົວເລິກເຂົ້າໃນພື້ນຖານວັດທະນະທຳກອນລຳ. ອີໂວນກະນູນເວົ້າວ່າ:
“ນັບແຕ່ຄາວຍັງນ້ອຍເຮົາໄດ້ດຳລົງຊີວິດໃນສາລາບ້ານ, ໄປຮອດໃສເຮົາກໍ່ໄດ້ຟັງສຽງຄ້ອງ, ສຽງກອນລຳ, ຮອດເວລາເຕີບໃຫຍ່ ເຮົາກໍ່ໄດ້ເລີ່ມເຂົ້າໃຈແຕ່ລະຄຳສັບແຕ່ລະປະໂຫຍກໃນບົດກອນລຳເຮົາເຫັນວ່າເນື້ອໃນເລິກເຊິ່ງທີ່ສຸດ”.
ການເຊື່ອມຕົວເຂົ້າກັບວັດທະນະທຳກອນລຳກໍ່ແມ່ນວິທີຊ່ວຍໃຫ້ນັກສິລະປະການອີໂວນກະນູນກໍ່ຄືນັກສິລະປະການອື່ນໆອີກຫຼາຍຄົນໃນໝູ່ບ້ານຕ່າງໆຢູ່ເຂດເຕິຍງວຽນໄດ້ເຂົ້າເຖິງແລະສືບທອດປະເພດວັນນະຄະດີພື້ນເມືອງນີ້. ສິ່ງນີ້ໄດ້ສ້າງຄວາມແຕກຕ່າງລະຫວ່າງກອນລຳເຂດເຕິຍງວຽນກັບກອນລຳຢູ່ຫຼາຍປະເທດໃນໂລກ. ຍ້ອນວ່າບໍ່ພຽງແຕ່ຄົງຕົວໃນປຶ້ມເທົ່ານັ້ນກອນລຳເຂດ ເຕິຍງວຽນ ຍັງໄດ້ຖ່າຍທອດໃນຊີວິດວົງຄະນາຍາດຕາມແບບວິທີເລົ່າຂານປາກຕໍ່ປາກ, ເກັບຮັກສາໃນຄວາມຊົງຈຳຂອງປະຊາຊົນແລະຖືກສະແດງຜ່ານການຮ່ວມຊີວິດຊຸມຊົນ ໃນແຕ່ລະເຜົ່າ ກອນລຳພັດມີວິທີເອີ້ນແຕກຕ່າງກັນແຕ່ກໍ່ມີຈຸດພິເສດລວມນັ້ນແມ່ນໃນເນື້ອໃນຂອງກອນລຳແຕ່ລະບົດກໍ່ລ້ວນແຕ່ສະແດງໃຫ້ເຫັນໄລຍະຫັນປ່ຽນຂອງເຜົ່າຕົນຫຼືໝູນອ້ອມບັນດາວິລະກຳຂອງນັກວິລະຊົນທີ່ມີຄຸນງາມຄວາມດີໃນການປົກປັກຮັກສາໝູ່ບ້ານ, ຕໍ່ຕ້ານກັບບັນດາອິດທິກຳລັງທີ່ຊົ່ວຊ້າ. ບັນດາຕົວລະຄອນໃນກອນລຳບໍ່ພຽງແຕ່ມີລັກສະນະສ່ວນຕົວເທົ່ານັ້ນ ຫາກຍັງເປັນຕົວແທນໃຫ້ແກ່ຄວາມມຸ່ງຫວັງຂອງທັງວົງຄະນາຍາດໃຫ້ແກ່ບັນດາການຕໍ່ສູ້ ເພື່ອອຸດົມຄະຕິວັດທະນະທຳມະນຸດອັນສູງສົ່ງ. ທ່ານຮອງສາດສະດາຈານ ປອ ບວນກະດົງ ຕວຽດຍຸງ ສັງກັດມະຫາວິທະຍາໄລເຕິຍງວຽນໃຫ້ຮູ້ວ່າ:
“ກອນລຳແຕ່ລະບົດກໍ່ເລົ່າເຖິງເລື່ອງລາວເລື່ອງໜຶ່ງທີ່ກ່ຽວຂ້ອງເຖິງຫຼາຍຫົວເລື່ອງ. ມີກອນລຳບາງບົດກໍ່ໄດ້ເລົ່າເຖິງເລື່ອງລາວທີ່ກ່ຽວກັບເຖິງຫົວເລື່ອງກ່ຽວກັບສົງຄາມ, ການໂຮມເຂົ້າກັນເປັນເຜົ່າຊົນມີກອນລຳບາງບົດພັດສະແດງໃຫ້ເຫັນຫົວເລື່ອງການສົມລົດ, ຄອບຄົວ, ການອອກແຮງງານທຳການຜະລິດຫຼືຊີວິດການເຫຼື້ອມໃສ”.
ໃນພາກຕົວຈິງ, ກອນລຳຖືກສະແດງໃນບັນດາຄ່ຳຄືນທີ່ຄອບຄົວຕ່າງມີບຸນມີງານດອງຫຼືພິທີສູ່ຂໍ. ມີກອນລຳບາງບົດກໍ່ຕ້ອງເລົ່າພຽງຄືນໜຶ່ງເທົ່ານັ້ນແຕ່ກໍ່ມີບາງບົດແກ່ຍາວຈາກຄ່ຳຄືນນີ້ສູ່ຄ່ຳຄືນອື່ນບາງເທື່ອກໍ່ແກ່ຍາວເຖິງທັງອາທິດ. ນັກສິລະປະການດີເດັ່ນ ອີວາງເຮີວິງ ຢູ່ບ້ານເຈຍຕາແສງ ອີອາຕູນ ເມືອງ ກືເມີກາ ເວົ້າວ່າ:
“ຂ້າພະເຈົ້າມີຄວາມພາກພູມໃຈເມື່ອລັດມີແຜນນະໂຍບາຍກ່ຽວກັບບັນດາການເຄື່ອນໄຫວຖ່າຍທອດເປີດຊຸດຮຽນການເລົ່າກອນລຳ, ການຕີຄ້ອງຂ້າພະເຈົ້າກໍ່ມີຄວາມຫວັງວ່າບັນດາຄົນລຸ້ນໜຸ່ມນັບແຕ່ນີ້ເປັນຕົ້ນໄປຈະຕັ້ງໜ້າຮັກສາບັນດາບົດກອນລຳ”.
ປີ 2014 ກອນລຳເຂດ ເຕິຍງວຽນໄດ້ຖືກກະຊວງວັດທະນະທຳກິລາແລະທ່ອງທ່ຽວນຳເຂົ້າລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ປັດຈຸບັນຢູ່ຫຼາຍທ້ອງຖິ່ນໃນເຂດເຕິຍງວຽນກໍ່ພວມມີບັນດາວິທີການແກ້ໄຂແນໃສ່ອະນຸລັກເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳນີ້. ຄວາມມານະພະຍາຍາມເຫຼົ່ານັ້ນຂອງບັນດາທ້ອງຖິ່ນຈະປະກອບສ່ວນເຂົ້າໃນການຮັກສາແລະແຜ່ຂະຫຍາຍປະເພດວັນນະຄະດີພື້ນເມືອງນີ້ ໃນຊີວິດຍຸກປັດຈຸບັນ.