ການຂັບ ແລະ ເລົ່າບົດປະພັນວັນນະຄະດີ ໄຕງວຽນ (ພາບ: vanhoadoisong)
|
vovworld- ໄຕງວຽນແມ່ນເຂດພູພຽງທາງພາກກາງຫວຽດນາມ, ແຫ່ງທີ່ມີປ່າດົງດິບທີ່ກ້ວາງໃຫຍ່ໄພສານ ແລະ ທັງແມ່ນແຫ່ງຕັ້ງຖິ່ນຖານຂອງພໍ່ແມ່ປະຊາຊົນບັນດາເຜົ່າຄື ເມີນົງ, ເອເດ, ບານາ, ຢາຣາຍ.....ທີ່ມີຊີວິດດ້ານຈິດໃຈທີ່ອຸດົມສົມບູນ. ນີ້ແມ່ເຂດດິນທີ່ຍາມໃດກໍຊ້ອນແຝງຫຼາຍສິ່ງທີ່ລຶກລັບມະຫັດສະຈັນ. ຢູ່ແຫ່ງນີ້ບໍ່ພຽງແຕ່ຈຸດວັດທະນະທຳຄ້ອງ, ງານບຸນແທງຄວາຍ, ດື່ມເຫຼົ້າໄຫ ເທົ່ານັ້ນ, ຫາກຍັງແມ່ນແຫ່ງໃຫ້ກຳເນີດບັນດາບົດປະພັນຍາວຖືກເລົ່າຂານສືບທອດກັນມາຈາກຫຼາຍເສັ່ນຄົນ. ນັ້ນແມ່ນບົດປະພັນວັນນະຄະດີ ໄຕງວຽນ.
ໃນປະຫວັດສາດວັນນະຄະດີຂອງມວນມະນຸດ ໄດ້ປະກົດມີບັນດາບົດປະພັນວັນນະຄະດີດ້ວຍຮູບການບົດເພງວິລະຊົນ ແລະ ຖືກຈົດກາຍເປັນປຶ້ມຄື ບົດປະພັນ Iliade, Odyssée ຂອງເກຼັກ ຫຼືບົດປະພັນ Mahabrahat , Ramayana ຂອງອິນເດຍ. ບົດປະພັນເຫຼົ່ານີ້ເຄີຍຖືກສະແດງດ້ວຍຮູບການເປັນບົດເພງ ແລະ ບົດກະວີ. ກ່ອນນີ້ກ່ວາ 70 ປີ, ມີນັກຮຽນຮູ້ຊາວຝະລັ່ງບາງຄົນ ເປັນຄັ້ງທຳອິດໄດ້ຄົ້ນພົບ, ເກັບຮັກສາ ແລະ ປະກາດບົດປະພັນວັນນະຄະດີ ດາມຊານຂອງຊາວ ເຜົ່າເອເດຢູ່ໄຕງວຽນປະເທດຫວຽດນາມ. ໄລຍະຕໍ່ມາ, ພວກເຮົາຍັງຄົ້ນພົບ ແລະ ເກັບຮັກສາບົດປະພັນວັນນະຄະດີຂອງຊາວເຜົ່າ ບານາ, ຢາຣາຍ, ເມີນົງ..... ບົດປະພັນວັນນະຄະດີໄຕງວຽນແມ່ນສາງວັນນະຄະດີປະຫວັດສາດມະຫາສານກ່ຽວກັບຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງປະຫວັດສາດສັງຄົມວົງຄະນະຍາດບັນດາເຜົ່າເຂດໄຕງວຽນ. ໃນບັນດາບົດປະພັນວັນນະຄະດີນັ້ນ, ແມ່ນມີປະຫວັດຄວາມເປັນຮູບປະທຳຂອງຟ້າດິນ, ມະນຸດ ມີປັດໄຈເທບນິຍາຍ, ກໍຄືຂະບວນວິວັດ, ສ່ອງແສງຮີດຄອງປະເພນີຂອງບັນດາເຜົ່າເຂດໄຕງວຽນ, ສ້າງເປັນຮູບພາບສັງລວມທີ່ມີຊີວິດຊີວາ. ໃນນັ້ນມີບັນດາບົດປະພັນຍາວ, ບົດເພງ ຍາວທີ່ມີຊື່ສຽງຄື “ ດາມຊານ”, “ຄິງຢູ່” ຂອງຊາວເຜົ່າເອເດ, ບົດປະພັນ “ ຢຳນອຍ ” , “ຊິງຈອນ”, “ ຊິງເຈີຍຽບ” ຂອງຊາວເຜົ່າບານາ ແລະ ອື່ນໆ. ເນື້ອໃນຂອງບັນດາບົດປະພັນວັນນະຄະດີໄຕງວຽນ ແມ່ນເຄີຍເວົ້າເຖິງວິລະກຳຂອງບັນດານັກວິລະຊົນທີ່ມີຄຸນງາມຄວາມດີໃນການປົກປັກຮັກສາຄວາມສະຫງົບສຸກຂອງໝູ່ບ້ານ, ຕ້ານຄືນອິດທິກຳລັງທີ່ມືດມົນ. ຜ່ານການເລົ່າ ແລະ ສະແດງ, ຜູ້ຄົນທັງຫຼາຍອາດຈະຮູ້ສຶກໄດ້ເຖິງສຽງກັງວານ, ສີສັນວັດທະນະທຳຂອງບັນດາເຜົ່າໄຕງວຽນ.
ສຳລັບການສະແດງຂັບ, ເລົ່າບົດປະພັນວັນນະຄະດີໄຕງວຽນນັ້ນ, ແມ່ນອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບ. ບັນດານັກສິລະປິນເຄີຍຂັບ, ເລົ່າບົດປະພັນວັນນະຄະດີໃນໂອກາດງານບຸນ ຫຼືເມື່ອໝູ່ບ້ານມີເຫດການພິເສດ. ຢູ່ອ້ອມແອ້ມກອງໄຟ, ບັນດານັກສິລະປິນເລົ່າເລື່ອງລາວຕ່າງໆທີ່ໄດ້ເຂົ້າສູ່ປະຫວັດສາດຂອງລະບອບມານດາ ຫຼືແບ່ງປັນ, ສະແດງຄວາມໃນໃຈໃນຊີວິດປະຈຳວັນ. ດ້ວຍແບບວິທີເລົ່າເລື່ອງເຊັ່ນນັ້ນ, ນັກສິລະປິນອາດຈະນັ່ງເລົ່າຕະຫຼອດຄືນ, ແຕ່ສະຖານທີ່ຂັບ, ເລົ່າ ຕ້ອງແມ່ນບ່ອນສຸພາບຮຽບຮ້ອຍ ແລະ ບັນດາຜູ້ຟັງຕ້ອງມິດງຽບຢ່າງເດັດຂາດ.
ບົດປະພັນວັນນະຄະດີໄຕງວຽນ ແມ່ນຄົງຕົວດ້ວຍການເລົ່າຂານປາກຕໍ່ຕໍ່ປາກ ແລະ ສ່ວນຫຼາຍມີຕົ້ນກຳເນີດພື້ນເມືອງ, ບັນດາບົດປະພັນວັນນະຄະດີເຄີຍຖືກເລົ່າໃນ 2 – 3 ຄືນ, ແຕ່ກໍຍັງມີບາງບົດປະພັນຕ້ອງເລົ່າແກ່ຍາວເຖິງ 4 – 5 ວັນຄືນ. ບົດປະພັນວັນນະຄະດີຖືກ ຂັບ, ເລົ່າແບບມີຈັ່ງຫວະ ແລະ ມັນຂຶ້ນກັບແຫຼ່ງອາລົມຂອງຜູ້ເລົ່າ ທີ່ບາງຕອນຂຶ້ນ, ລົງທີ່ແຕກຕ່າງກັນ, ແທດເໝາະກັບເນື້ອໃນຂອງເລື່ອງລາວ. ບາງຄັ້ງ ໃນເວລາສະແດງ, ຜູ້ເລົ່າອາດຈະຂັບ ປະສົມກັບການເລົ່າ ແລະ ສົນທະນາຊຶ່ງເຮັດຄືພວມສະແດງບົນເວທີ. ໂດຍຜ່ານການສະແດງ, ບົດປະພັນວັນນະຄະດີຍັງແມ່ນບັນດາເລື່ອງລາວທີ່ມີລັກສະນະເພີ່ນຈິດ, ສະແດງໃຫ້ເຫັນຄວາມຮັກຂອງຄູ່ບາວສາວດ້ວຍສັບພາສາ ແລະ ຮູບພາບງາມ, ພ້ອມທັງສ່ອງແສງກ່ຽວກັບຮີດຄອງປະເພນີການສົມລົດ ແລະ ສັງຄົມເກົ່າ, ຈາກນັ້ນຜູ້ຟັງສາມາດວາດພາບໄດ້ເຖິງຕົ້ນກຳເນີດ, ຮີດຄອງປະເພນີ, ຈຸດພິເສດສະເພາະທາງດ້ານວັດທະນະທຳຊົນເຜົ່າຄື ອາຫານການກິນ, ຊຸດອາພອນ, ດົນຕີ....ລຸງ Y wơn ນັກຄົ້ນຄ້ວາບົດປະພັນວັນນະຄະດີເວົ້າກ່ຽວກັບບົດປະພັນ ດາມຊານ ຂອງຊາວເຜົ່າເອເດວ່າ :
“ ບົດປະພັນເວົ້າເຖິງທ້າວ ດາມຊານ ມີເມຍເປັນຜູ້ໃຈດີ, ເປັນຄົນທີ່ດຸໝັ້ນຂະຫຍັນພຽນໃນວຽກບ້ານການເຮືອນ. ໃນບົດປະພັນວັນນະຄະດີໄດ້ຍ້ອງຍໍສັນລະເສີນຄວາມງາມ, ຄວາມມີສະເໜ່ຂອງນາງຊຶ່ງໄດ້ເຮັດໃຫ້ຜູ້ບ່າວທັງຫຼາຍມີຄວາມສົນໃຈ ”
ມີຫຼາຍບົດປະພັນວັນນະຄະດີໄດ້ຮັບການພິມຈຳໜ່າຍເປັນປືຶ້ມ
|
ດ້ວຍຈຳນວນບົດປະພັນວັນນະຄະດີທີ່ໄດ້ຮັບການເກັບຮັກສາເຖິງນັບຮ້ອຍບົດ, ບັນດາບົດປະພັນວັນນະຄະດີ ໄຕງວຽນ ແມ່ນ “ ພົງສາວະດານ” ກ່ຽວກັບຊີວິດ ວັດທະນະທຳ ແລະ ຈິດໃຈຂອງບັນດາເຜົ່າເຂດ ໄຕງວຽນ ຂອງຫວຽດນາມ. ແຕ່ໃນປະຈຸບັນ, ບັນດາຜູ້ຄົນທີ່ມີຄວາມສົນໃຈເຖິງບົດປະພັນວັນນະຄະດີ ແລະ ບັນດາສິລະປິນຂັບ ແລະ ເລົ່າບົດປະພັນວັນນະຄະດີນັ້ນ ນັບມື້ນັບຫຼຸດໜ້ອຍຖອຍລົງ. ໂດຍນອນໃນຈຸດໝາຍສ້າງພື້ນຖານວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່ານັ້ນ, ລັດຫວຽດນາມໄດ້ມີແຜນນະໂຍບາຍເກັບຮັກສາ, ແປພາສາ ແລະ ແນະນຳບົດປະພັນວັນນະຄະດີໄຕງວຽນໃຫ້ແກ່ບັນດາເຜົ່າອ້າຍນ້ອງ ແລະ ປະເທດຕ່າງໆໃນໂລກ. ໃນ 10 ປີມານີ້, ດ້ວຍຍອດຄ່າໃຊ້ຈາຍ ກ່ວາ 20 ຕື້ດົງ, ຂະແໜງວັດທະນະທຳຫວຽດນາມໄດ້ເກັບຮັກສາບົດປະພັນວັນນະຄະດີນັບຮ້ອຍບົດ, ພ້ອມກັນນັ້ນ ກໍເປີດຊຸດຮຽນເລົ່າບົດປະພັນໃຫ້ໄວໜຸ່ມ, ແລະ ນຳເຂົ້າຫຼັກສູດສິດສອນໃນໂຮງຮຽນ.......ພ້ອມກັບວັດທະນະທຳຄ້ອງໄຕງວຽນທີ່ຮັບການຮັບຮອງນັ້ນ, ປະຈຸບັນ, ບົດປະພັນວັນນະຄະດີໄຕງວຽນພວມຢູ່ໃນໄລຍະສ້າງສຳເນົາເອກະສານເພື່ອຍື່ນສະເໜີຕໍ່ອົງການ UNESCO ຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງ ແລະ ເລົ່າຂານສືບທອດກັນມາຂອງມວນມະນຸດ.