ຄຸ້ມຖະໜົນເກົ່າຮ່າໂນ້ຍ (ພາບ: vanhoadoisong)
|
ຄຸ້ມຖະໜົນເກົ່າຮ່າໂນ້ຍແມ່ນປະກອບດ້ວຍ 36 ສາຍ ແລະ ຊື່ຂອງຖະໜົນແຕ່ລະສາຍແມ່ນຖືກເລີ່ມຕົ້ນດ້ວຍຄຳວ່າ “ ຮ່າງ ” ເພື່ອຊີ້ບອກເຖິງຂະແໜງອາຊີບ ຫັດຖະກຳ ຫຼືຄ້າຂາຍສິນຄ້າສະເພາະປະເພດໃດໜຶ່ງຊຶ່ງໄດ້ມີມາແຕ່ສະໄໝກຸ່ງທັງລອງ-ຮ່າໂນ້ຍຫາກໍໄດ້ຮັບການສ້າງຕັ້ງຂຶ້ນ. ຕາມການເວລາ, ຖະໜົນສາຍຕ່າງໆໃນຄຸ້ມຖະໜົນເກົ່າໄດ້ຫັນມາປະກອບອາຊີບອື່ນໆ, ແຕ່ຍັງຄົງຮັກສາບັນດາປູຊະນີຍະສະຖານ ວິຫານ, ສາລາບູຊາຜູ້ສ້າງອາຊີບເມື່ອກ່ອນນີ້ ຊຶ່ງໃນທຸກວັນນີ້ໄດ້ຮັບຖືວ່າແມ່ນວິນຍານຂອງນະຄອນຫຼວງຮ່າໂນ້ຍ.
ຜ່ານໄລຍະປະຫວັດສາດນັບຮ້ອຍປີ, ກຸ່ງເກົ່າທັງລອງ - ຮ່າໂນ້ຍໃນປະຈຸບັນ ແມ່ນເຂດດິນເຕົ້າໂຮມບັນດາຜູ້ທີ່ມີຄວາມເກັ່ງກ້າສາມາດ, ບັນດານາຍຊ່າງຫັດຖະກຳທີ່ມີຝີມືດີຈາກທຸກແຫ່ງຫົນໄດ້ຫຼັ່ງໄຫຼມາຕັ້ງຖິ່ນຖານ, ທຳມາຫາກິນ, ເຂົາເຈົ້າໄດ້ສ້າງຕັ້ງບັນດາໝູ່ບ້ານອາຊີບ, ຖະໜົນອາຊີບ, ເປີດຮ້ານຄ້າຂາຍເຄື່ອງ ແລະ ນັບແຕ່ນັ້ນ ໄດ້ຄ່ອຍໆກາຍເປັນຄຸ້ມຖະໜົນເກົ່າ 36 ສາຍ. ຜ່ານຫຼາຍສະຕະວັດ, ພວກນາຍຊ່າງຫັດຖະກຳຈາກເຂດບ້ານນາ ບໍ່ພຽງແຕ່ໄດ້ນຳວິຊາຊີບມາປະກອບເທົ່ານັ້ນ, ຫາກຍັງນຳເອົາເຕັກນິກການຜະລິດມາອີກດ້ວຍ. ນັບແຕ່ນັ້ນເປັນຕົ້ນມາ, ບັນດາຖະໜົນອາຊີບຫັດຖະຫຳໄດ້ຮັບການສ້າງຂຶ້ນເປັນຮູບປະທຳ ແລະ ຊື່ຂອງຖະໜົນແຕ່ລະສາຍລ້ວນແຕ່ຖືກເລີ່ມຕົ້ນດ້ວຍຄຳວ່າ “ ຮ່າງ ”. ມາຮອດປະຈຸບັນ, ເຖິງແມ່ນວ່າໄດ້ຜ່ານການປ່ຽນແປງຫຼາຍຢ່າງກໍຕາມ, ແຕ່ຖະໜົບສາຍຕ່າງໆຍັງຄົງສາມາດຮັກສາອາຊີບຫັດຖະກຳທີ່ມີມາແຕ່ດົນານ, ຄືຖະໜົນ ຮ່າງມ້າ ຂາຍເຄື່ອງຮັບໃຊ້ການບູຊາ, ຖະໜົນ ຮ່າງທຽກ ປະກອບອາຊີບຕີຊືນ, ຖະໜົນ ຮ່າງດົງ ປະກອບອາຊີບ ຫຼໍ່ທອງແດງ, ຖະໜົນ ຮ່າງບາກ ປະກອບອາຊີບຕີເງິນ, ຄຳ ແລະ ອື່ນໆ.
ສາລາ ກິມເງິນ ຢູ່ເຮືອນເລກທີ່ 42 ຖະໜົນ ຮ່າງບາກ
|
ປະຈຸບັນ, ໃນຄຸ້ມຖະໜົນເກົ່າຮ່າໂນ້ຍ ຍັງຮັກສາປູຊະນີຍະສະຖານ ວິຫານ, ສາລານັບສິບແຫ່ງບູຊາຜູ້ສ້າງອາຊີບ. ຢູ່ທາງຮ່ອມ ອຽນທ້າຍໃນບໍລິເວນຖະໜົນ ຮ່າງກາຍ ຍັງຄົງຮັກສາສາລາ ຕູ້ດິງທິ ບູຊາຜູ້ສ້າງອາຊີບຫັດຖະກຳຖັກແສ່ວ Le Cong Hanh ຊຶ່ງກຳເນີດຂຶ້ນຢູ່ບ້ານ ກວ໋ດດົ້ງ, ເມືອງ ເທື່ອງຕິ້ນ, ຊານນະຄອນຮ່າໂນ້ຍ. ແມ່ຕູ້ Do Thi Ngat ເຮັດວຽກຢູ່ ສາລາ ຕູ້ດິງທິ ໃຫ້ຮູ້ວ່າ :
“ ເມື່ອກ່ອນນີ້, ພວກນາຍຊ່າງຢູ່ບ້ານ ກວ໋ດດົ້ງ, ເມືອງ ເທື່ອງຕິ້ນມານີ້ເປີດຮ້ານຂາຍເຄື່ອງ, ດັ່ງນັ້ນຈຶ່ງມີສາລາ ຕູ້ດິງທິ ເພື່ອບູຊາຜູ້ສ້າງອາຊີບຫັດຖະກຳຖັກແສ່ວ. ພວກພໍ່ຄ້າຊາວຂາຍຢູ່ຖະໜົນ ຮ່າງຈົ້ງ ເຄີຍມານີ້ຊື້ເຄື່ອງເມືອຂາຍຕໍ່. ກ່ອນນີ້, ພວກເຂົາເຈົ້າໄດ້ກໍ່ຕັ້ງສາລາຂຶ້ນ ເພື່ອໃຫ້ບັນດານາຍຊ່າງຖັກແສ່ວມານີ້ທຳພິທີ ບູຊາຜູ້ສ້າງອາຊີບ. ສ່ວນຢູ່ບ້ານນາ, ເຂົາເຈົ້າກໍຍັງຄົງບູຊາ ຜູ້ສ້າງອາຊີບຢູ່ຫັ້ນ ”
ຖະໜົນ ຮ່າງບາກ ປະກອບອາຊີບຕີເງິນ, ຄຳ (ພາບ: vanhoadoisong)
|
ໃນຄຸ້ມຖະໜົນເກົ່າຮ່າໂນ້ຍນັ້ນ, ມີຖະໜົນ ຮ່າງບາກ ຍັງຄົງແມ່ນຖະໜົນທີ່ຮັ່ງມີ, ມີຄົນມາຊື້ຂາຍຢ່າງໜາແໜ້ນທີ່ສຸດ ດ້ວຍອາຊີບຕີເງິນ, ຄຳໄດ້ຮັບການ ຮັກສາໄວ້ຈົນຮອດວັນນີ້. ກ່ອນນີ້, ຖະໜົນ ຮ່າງບາກ ແມ່ນແຫ່ງເຕົ້າໂຮມຂອງ ບັນດານາຍຊ່າງຕີເງິນ, ຄຳທີ່ມີສີມືດີຊຶ່ງມາຈາກໝູ່ບ້ານອາຊີບ ເຈົາເຄ, ເມືອງບີງຢາງ, ແຂວງຫາຍເຢືອງ ຫຼື ໝູ່ບ້ານອາຊີບ ດົງເຊີມ, ເມືອງ ກ໋ຽນເຊືອງ, ແຂວງ ທ້າຍບິງ ແລະ ໝູ່ບ້ານດິ້ງກົງ, ເມືອງແທງຈີ-ຮ່າໂນ້ຍ. ພວກເຂົາເຈົ້າມານີ້ ຕັ້ງຖິ່ນຖານ, ປະກອບອາຊີບ ທຳມາຫາກິນ ແລະ ໄດ້ພ້ອມກັນປຸກສ້າງສາລາເພື່ອບູຊາຜູ້ສ້າງອາຊີບຕີເງິນຄຳຢູ່ເຮືອນເລກທີ່ 42 ຖະໜົນ ຮ່າງບາກ. ນາງ Nguyen Thi Nga ເຈົ້າຂອງຮ້ານຄ້າແຫ່ງໜຶ່ງຢູ່ຖະໜົນຮ່າງບາກ ໃຫ້ຮູ້ວ່າ :
“ ຄອບຄົວຂ້າພະເຈົ້າໄດ້ເປີດຮ້ານນີ້ແຕ່ດົນນານແລ້ວ, ໂດຍສືບທອດອາຊີບຈາກພໍ່ແມ່. ບ້ານເກີດຂອງພວກເພິ່ນຢູ່ ເຈົາເຄ, ແຂວງຮຶງອຽນ ຊຶ່ງແມ່ນແຫ່ງກຳເນີດອາຊີບຕີເງິນ, ຄຳ. ປີໃດຄອບຄົວຂ້າພະເຈົ້າກໍກັບເມືອບ້ານເກີດເຂົ້າຮ່ວມພິທີ ບູຊາຜູ້ສ້າງອາຊີບ ”
ໃນມື້ໄຫວ້ບູຊາຜູ້ສ້າງອາຊີບ, ຢູ່ຕາມວິຫານ, ສາລາບູຊາຜູ້ສ້າງອາຊີບນັ້ນ, ໄດ້ທຳພິທີກຳຕ່າງໆເພື່ອແນໃສ່ເຊີດຊູ, ອາໄລຫາເຖິງຜູ້ສ້າງອາຊີບ, ພ້ອມທັງມີ ລາຍການສະແດງລະຄອນວາດພາບເຖິງການສ້າງຕັ້ງໝູ່ບ້ານອາຊີບ, ມີພິທີແຫ່ວໍ, ການສະແດງສິລະປະ, ການລະຫຼິ້ນຕ່າງໆ. ເພື່ອແນໃສ່ຮັກສາບັນດາມໍລະດົກວັດທະນະທຳມີຮູບຮ່າງ ແລະ ບໍ່ມີຮູບຮ່າງ ກໍຄືຍົກສູງຄຸນຄ່າອາຊີບຫັດຖະຫຳທີ່ມີມາແຕ່ດົນນານ, ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ໄດ້ ແລະ ພວມລົງທຶນເພື່ອບູລະນະປະຕິສັງຂອນບາງກິດຈະກຳປູຊະນີຍະສະຖານທີ່ເປັນຕົວແທນໃນ ຄຸ້ມຖະໜົນເກົ່າ. ທ່ານ Pham Tan Long ຫົວໜ້້າຄະນະຄຸ້ມຄອງປູຊະນີຍະ ສະຖານຄຸ້ມຖະໜົນເກົ່າຮ່າໂນ້ຍ ໃຫ້ຮູ້ວ່າ :
“ ໂດຍຜ່ານບັນດາໄລຍະທາງແຫ່ງປະຫວັດສາດ, ຄຸ້ມຖະໜົນເກົ່າຮ່າໂນ້ຍມີຄວາມແຕກຕ່າງກັບ ຄຸ້ມຖະໜົນອື່ນໆຢູ່ບ່ອນວ່າ ບັນດາຄອບຄົວດຳລົງຊີວິດຢູ່ຮ່ວມກັນໃນບັນດາເຂດປູຊະນີຍະສະຖານ. ໃນໄລຍະທີ່ຈະມາເຖິງ, ພວກຂ້າພະເຈົ້າຈະເລັ່ງໃສ່ການ ບູລະນະປະຕິສັງຂອນ, ບຸກເບີກພື້ນທີ່, ຍົກຍ້າຍບັນດາຄອບຄົວອອກຈາກເຂດ ປູຊະນີຍະສະຖານ. ພວກຂ້າພະເຈົ້າໄດ້ເຮັດສຳເລັດ ການບູລະນະປະຕິສັງຂອນສາລາ ກິມເງິນ ຢູ່ຖະໜົນ ຮ່າງບາກ ແລະ ເຮື່ອນເກົ່າ ເລກທີ່ 28 ຖະໜົນ ຮ່າງບວມ ”
ມາຮອດປະຈຸບັນ, ມີປູຊະນີຍະສະຖານວິຫານ, ສາລາບູຊາຜູ້ສ້າງອາຊີບຫຼາຍແຫ່ງທີ່ຮ່າໂນ້ຍ ຍັງຄົງສືບຕໍ່ໄດ້ຮັບການອະນຸລັກຮັກສາ ແລະ ສືບທອດຜ່ານລຸ່ນຄົນຕ່າງໆ, ອັນໄດ້ກາຍເປັນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຄຸ້ມຖະໜົນເກົ່າຮ່າໂນ້ຍ. ນີ້ບໍ່ພຽງແຕ່ແມ່ນບັນດາປູຊະນີຍະສະຖານ ປະຫວັດສາດທີ່ປະເສີດເລີດລ້ຳ, ເປັນຂີດໝາຍກ່ຽວກັບວິວັດການສ້າງຕັ້ງ ແລະ ຂະຫຍາຍຕົວຂອງບັນດາອາຊີບຫັດຖະກຳຂອງກຸງເກົ່າທັງລອງເທົ່ານັ້ນ, ຫາກຍັງເປັນຂີດໝາຍກ່ຽວກັບວັດທະນະທຳໃນວິທີການປະພຶດຂອງຊາວຮ່າໂນ້ຍຜູ້ມີຄວາມດຸໝັ້ນອອກແຮງງານ, ຮູ້ຈັກເຄົາລົບອະດີດຕະການ ແລະ ເພີ່ມພູນຄູນສ້າງມູນເຊື້ອປະຫວັດສາດຂອງນະຄອນຫຼວງແຫ່ງອະລິຍະທຳນັບພັນປີອີກດ້ວຍ.