ການປ່ຽນແປງໃໝ່ການເຄື່ອນໄຫວຫໍສະໝຸດ ໃນສະໄໝເຕັກໂນໂລຊີ 4.0

(VOVWORLD) -ແຕ່ດົນນານມາແລ້ວ ເລື່ອງໄປອ່ານປຶ້ມຢູ່ຫໍສະໝຸດ ໄດ້ກາຍເປັນຄວາມລື້ງເຄີຍຂອງຫຼາຍຄົນ ເພື່ອແນໃສ່ເພີ່ມລະດັບຄວາມຮູ້ຮັບໃຊ້ພາລະກິດ ແລະ ຊີວິດທາງດ້ານຈິດໃຈຂອງຕົນ. ໃນຊຸມປີມໍ່ໆມານີ້, ວິທະຍາສາດເຕັກໂນໂລຊີໄດ້ພັດທະນາຢ່າງແຂງແຮງ, ຄວາມລື້ງເຄີຍຂອງຜູ້ນຳໃຊ້ຫໍສະໝຸດກໍ່ມີການປ່ຽນແປງຫຼາຍຢ່າງ, ຄວາມຈິງໄດ້ວາງສິ່ງທ້າທາຍບາງຢ່າງສຳລັບລະບົບຫໍສະໝຸດຢູ່ ຫວຽດນາມ
ການປ່ຽນແປງໃໝ່ການເຄື່ອນໄຫວຫໍສະໝຸດ ໃນສະໄໝເຕັກໂນໂລຊີ 4.0 - ảnh 1ຫໍສະໝຸດຢູ່ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ 

ການໜູນໃຊ້ບັນດາຜົນງານທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນໄລຍະທີ່ຜ່ານມາ ກໍ່ເຮັດໃຫ້ແບບວິທີການເຄື່ອນໄຫວໃນຫໍສະໝຸດປ່ຽນແປງໄປ. ບັນດາຫໍສະໝຸດ ຫວຽດນາມ ໄດ້ ແລະ ພວມຫັນປ່ຽນຈາກຮູບແບບຫໍສະໝຸດມາແຕ່ດົນນານໄປສູ່ຫໍສະໝຸດເອເລັກໂຕນິກ, ຫໍສະໝຸດດີຈີຕອນທີ່ທັນສະໄໝ. ຫໍສະໝຸດໄດ້ ແລະ ພວມນຳບັນດາໂອກາດໄດ້ສຳພັດຂໍ້ມູນຂ່າວສານ ແລະ ພູມປັນຍາເປີດໃຫ້ແກ່ຜູ້ອ່ານ. ພ້ອມກັບການສ້າງແຫຼ່ງເອກະສານຖືກພິມດ້ວຍເຈ້ຍ, ເອກະສານຫຼາຍປະເພດ, ຫໍສະໝຸດຫຼາຍແຫ່ງກໍ່ໄດ້ເປັນເຈົ້າການເກັບກຳຂໍ້ມູນ, ເອກະສານດີຈີຕອນ. ພ້ອມທັງສ້າງບັນດານະໂຍບາຍເພື່ອເປີດຊອກຮູ້, ແບ່ງປັນ ແລະ ນຳໃຊ້ຂໍ້ມູນຄືນ. ແຕ່ເຖິງຢ່າງໃດກໍ່ຕາມ, ການປະຕິວັດອຸດສະຫະກຳ 4.0, ພ້ອມກັບການສ້າງໂອກາດທີ່ດີນັ້ນ ກໍ່ມີສິ່ງທ້າທາຍບໍ່ແມ່ນໜ້ອຍຕໍ່ຂະແໜງຫໍສະໝຸດ. ຖ້າຫາກບໍ່ປ່ຽນແປງແບບວິທີການເຄື່ອນໄຫວນັ້ນ,  ບັນດາຫໍສະໝຸດຈະຕ້ອງປະເຊີນໜ້າກັບຄວາມສ່ຽງຖືກຖອຍຫຼັງ ແລະ ເພີ່ມທະວີໄລຍະຫ່າງ ເມື່ອທຽບໃສ່ປະຊາຄົມຫໍສະໝຸດໂລກ. ນັກຄົ້ນຄວ້າປະຫວັດສາດ ເຢືອງຈຸງກວ໋ກ ໃຫ້ຮູ້ວ່າ:

     “ປັດຈຸບັນພວກຂ້າພະເຈົ້າກໍ່ພວມຂຸດຄົ້ນການນຳໃຊ້ບາງຫໍສະໝຸດຢູ່ຕ່າງປະເທດ. ສຳຄັນທີ່ສຸດແມ່ນຕີລາຄາສູງຕໍ່ເຂົາເຈົ້າທີ່ໄດ້ຫັນຊັບສົມບັດຂອງເຂົາເຈົ້າເປັນລະບົບດີຈີຕອນຄືແນວໃດ. ພວກຂ້າພະເຈົ້າພວມເຄື່ອນໄຫວໃນປະຫວັດສາດຍຸກໃກ້ປັດຈະບັນໃນແຕ່ລະວັນ, ມີຄວາມຜູກພັນກັບສາງສະສົມຂໍ້ມູນຂອງຫໍສະໝຸດແຫ່ງຊາດ ຝຣັ່ງ. ອາດຈະເວົ້າໄດ້ວ່າ ໃນແຕ່ລະວັນ ແຕ່ລະຊົ່ວໂມງກໍ່ຕິດຕາມການເຄື່ອນໄຫວຂອງມັນ, ລະດັບຄວາມຄືບໜ້າຫັນເປັນດີຈີຕອນຂອງມັນ ຮອດໃສ. ເຮັດໄດ້ເຊັ່ນນັ້ນ ພວກຂ້າພະເຈົ້າເມື່ອນັ່ງຢູ່ຮ່າໂນ້ຍ ກໍ່ສາມາດແກ້ໄຂໄດ້ຫຼາຍບັນຫາໃຫ້ແກ່ຜູ້ອ່ານ, ແຕ່ຍັງຄົງແມ່ນປຶ້ມຂອງຫໍສະໝຸດແຫ່ງຊາດ ຝຣັ່ງ”.

      ການເຮັດໃຫ້ບົດບາດຂອງຫໍສະໝຸດເປັນທີ່ຈະແຈ້ງໃນຊີວິດຍຸກທັນສະໄໝ, ຮູບແບບຫໍສະໝຸດໃນອານາຄົດ,  ແບບວິທີການຄຸ້ມຄອງ, ເຄື່ອນໄຫວເພື່ອປ່ຽນແປງໃໝ່ການເຄື່ອໄຫວ ຕອບສະໜອງໄດ້ຕາມພາລະກຳສຳລັບການພັດທະນາທາງດ້ານວັດທະນະທຳ, ວິທະຍາສາດ, ການສຶກສາ, ເສດຖະກິດ-ສັງຄົມ ກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພະນັກງານຫຼາຍຄົນໃນຂະແໜງຫໍສະໝຸດ. ອາດຈະເວົ້າໄດ້ວ່າ, ຫໍສະໝຸດບໍ່ພຽງແຕ່ແມ່ນແຫ່ງຮັກສາມໍລະດົກ ຂໍ້ມູນຂ່າວສານເອກະສານຂອງຊາດເທົ່ານັ້ນ ຫາກຍັງເປັນບ່ອນເກັບກຳ, ຈັດຕັ້ງຂຸດຄົ້ນສະໜອງຂໍ້ມູນຂ່າວສານອີກດ້ວຍ. ຫໍສະໝຸດກໍ່ແມ່ນສະຖານທີ່ດຳເນີນຊີວິດທາງດ້ານວັດທະນະທຳ ແມ່ນແຫ່ງສຶກສາຮ່ຳຮຽນຂອງຊຸມຊົນ, ແມ່ນລະບອບວັດທະນະທຳ-ການສຶກສາຢູ່ນອກໂຮງຮຽນທີ່ຂາດບໍ່ໄດ້. ຢູ່ຫໍສະໝຸດບາງແຫ່ງກໍ່ໄດ້ເອົາໃຈໃສ່ເຖິງການສ້າງສະພາບແວດລ້ອມ ສະຖານທີ່ດ້ວຍວັດທະນະທຳການອ່ານໃຫ້ແກ່ເດັກ, ກ່າວຄືຫໍສະໝຸດວິທະຍາສາດສັງລວມນະຄອນໂຮ່ຈີມິນ. ທ່ານ ຫວິງກວ໋ກບາວ ຮອງຜູ້ອຳນວຍການຫໍສະໝຸດ ຊີ້ແຈ້ງວ່າ:

         “ຫໍສະໝຸດວິທະຍາສາດສັງລວມນະຄອນໂຮ່ຈີມິນ ຫາກໍ່ເປີດຕົວໃນສະພາບແວດລ້ອມສິລະປະວັນນະຄະດີຂອງເດັກ ທີ່ແທດເໝາະກັບຄວາມຕ້ອງການ ຮ່ຳຮຽນ, ຊອກຮູ້ທາງດ້ານວິທະຍາສາດຂອງເດັກໃນນະຄອນ. ໂຄງການນີ້ໄດ້ຮັບການຍົກລະດັບຈາກຫໍສະໝຸດອະນຸຊົນເມື່ອກ່ອນນີ້. ຮູບແບບຫໍສະໜຸດເຄື່ອນທີ່ນີ້ ກໍ່ແມ່ນສະພາບແວດລ້ອມຮັດແຄບເຂົ້າ ເພື່ອຮັບໃຊ້ບັນດາໂຮງຮຽນ, ສະໜອງບັນດາລາຍການທີ່ມີລັກສະນະວິທະຍາສາດຫຼາຍກວ່າ ເພື່ອໃຫ້ພວກເດັກຊອກຮູ້ຫຼາຍຂຶ້ນ”.

     ສຳລັບບາງແຂວງເຂດພູດອຍ, ທີ່ມີເງື່ອນໄຂຫຍຸ້ງຍາກນັ້ນ, ບັນດາຫໍສະໝຸດກໍ່ຕ້ອງຊອກຫາຮູບການເຄື່ອນໄຫວທີ່ແທດເໝາະດ້ວຍຈຸດພິເສດສະເພາະ. ທ່ານ ເຈິ່ນວັນແທັງ ພະນັກງານພະແນກການສຶກສາ ແລະ ກໍ່ສ້າງແຂວງ ລ່າວກາຍ ໃຫ້ຮູ້ວ່າ:

       “ພວກຂ້າພະເຈົ້າເລັ່ງໃສ່ບັນດາຮູບແບບຫໍສະໝຸດເຊັ່ນ: ຫໍສະໝຸດຫຼາຍໜ້າທີ່, ຫໍສະໝຸດກາງແຈ້ງ ຫຼື ເອີ້ນວ່າຫໍສະໝຸດຂຽວ… ພວກຂ້າກໍ່ເຄີຍຈັດສັນຢູ່ບັນດາໂຮງຮຽນຕັ້ງຢູ່ໃຈກາງ, ຢູ່ຕາມແຈຖະໜົນເພາະວ່າພວກຂ້າພະເຈົ້າມີຄວາມເຄົາລົບຄວາມແຕກຕ່າງຂອງເດັກ, ເລັ່ງໃສ່ເດັກພິການ, ເດັກເສຍການໄດ້ຍິນ… ທັງນີ້ກໍ່ສ້າງເງື່ອນໄຂເພື່ອໃຫ້ເດັກເສຍການໄດ້ຍິນ ສາມາດອ່ານປຶ້ມໄດ້ຢ່າງສະດວກສະບາຍ”

      ຄວາມຕ້ອງການອ່ານປຶ້ມຂອງປະຊາຊົນໃນໄລຍະການປະຕິບັດອຸດສະຫະກຳ 4.0 ກໍ່ຕ້ອງການມີການຮ່ວມເພີ່ມທະວີການຮ່ວມສຳພັນ ເພື່ອແບ່ງປັນຂໍ້ມູນຂ່າວສານດີຈີຕອນ. ບັນດາຄວາມມານະພະຍາມຍາມຂອງຫໍສະໝຸດບາງແຫ່ງ ໄດ້ປະກອບສ່ວນເປີດທິດກ້າວເດີນທີ່ໃໝ່ອ່ຽມກວ່າເກົ່າ, ອັນໄດ້ເຮັດໃຫ້ຫໍສະໝຸດໃນທຸກວັນນີ້ເພີ່ມຄວາມຂະຫຍັນຂັນເຄື່ອນກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ