(VOVWORLD) -ໃນຄວາມຊົງຈຳຄາວເຍົາໄວຂອງຊາວ ຫວຽດນາມ ຫຼາຍລຸ້ນຄົນ, ແນວຫຼິ້ນພື້ນເມືອງ ແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ໃນຊີວິດວັດທະນະທຳ ແລະ ຈິດໃຈ. ແຕ່ຕາມທ່າອ່ຽງພັດທະນາຂອງສັງຄົມ, ແນວຫຼິ້ນພື້ນເມືອງພວມຖືກສູນຫາຍໄປ. ການຟື້ນຟູແນວຫຼິ້ນພື້ນເມືອງ ໃນຊີວິດຍຸກທັນສະໄໝຂອງເດັກ ນອກຈາກການເຂົ້າຮ່ວມຂອງບັນດາອົງການສຳນັກງານ ທີ່ມີໜ້າທີ່ຮັບຜິດຊອບແລ້ວ, ກໍ່ຕ້ອງມີການຮ່ວມແຮງຮ່ວມໃຈຂອງຊຸມຊົນ
ພວກນ້ອງນັກຮຽນພວມເຂົ້າຮ່ວມການຫຼິ້ນພື້ນເມືອງ |
ແນວຫຼິ້ນພື້ນເມືອງແມ່ນເລີ່ມມາຈາກການອອກແຮງງານທຳການຜະລິດ ແລະ ຊີວິດການເຫຼື້ອມໃສຂອງມະນຸດ. ຫວຽດນາມ ມີ 54 ຊົນເຜົ່າ, ແຕ່ລະເຜົ່າກໍ່ມີແນວຫຼິ້ນສະເພາະຂອງໃຜຂອງລາວ. ບັນດາແນວຫຼິ້ນພື້ນເມືອງຂອງຊາວເຜົ່າ ກິງ ແມ່ນອຸດົມສົມບູນຄື ການຫຼິ້ນໝາກເສິກພື້ນເມືອງ, ການຫຼີິ້ນປິດຕາຈັບແບ້, ການດຶງເຊືອກ, ຕີມວຍປ້ຳ… ບັນດາເຜົ່າສ່ວນໜ້ອຍກໍ່ມີແນວຫຼິ້ນພື້ນເມືອງທີ່ມີຫຼາຍຮູບຫຼາຍສີພໍສົມຄວນເຊັ່ນ ຟ້ອນແຊ, ຕຳບັ໊ນໄຢ່, ໂຍນໝາກຄອນ, ແກ່ວງໄມ້ຄ້ອນ, ຍິງທະນູ, ດຶງເຊືອກ… ທັງໝົດເຫຼົ່ານີ້ ໄດ້ສ້າງເປັນການດຳເນີນຊີວິດວັດທະນະທຳພື້ນເມືອງ ທີ່ເປັນເອກະລັກ ເປັນຕົ້ນແມ່ນຖືກຈັດຂຶ້ນໃນບັນດາໂອກາດວັນບຸນໃຫຍ່ຕ່າງໆ. ແນວຫຼິ້ນພື້ນເມືອງ ຖືກແບ່ງເປັນສອງປະເພດ: ນັ້ນແມ່ນແນວຫຼິ້ນພື້ນເມືອງໃນໂອກາດງານບຸນ ແລະ ແນວຫຼິ້ນພື້ນເມືອງສຳລັບເດັກ. ໃນນັ້ນແນວຫຼິ້ນຂອງເດັກ ແມ່ນມີຫຼາຍຈຸດທີ່ແຕກຕ່າງກັນ ເມື່ອທຽບໃສ່ ແນວຫຼິ້ນຖືກຈັດຂຶ້ນໃນໂອກາດງານບຸນ. ສຳລັບແນວຫຼິ້ນໃນງານບຸນ ແມ່ນມີຄວາມໝາຍໃດໜຶ່ງທີ່ກ່ຽວຂ້ອງເຖິງເລື່ອງນິທານ, ເທວະດາຟ້າແຖນ, ສ່ວນແນວຫຼິ້ນສຳລັບເດັກ ແມ່ນເຄີຍມີລັກສະນະລະຫຼິ້ນບັນເທີງ. ນ້ອງ ບ໋າວອວຽນ ນັກຮຽນສັງກັດໂຮງຮຽນມັດທະຍົມຕອນຕົ້ນ ດົ໊ງດາ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ນ້ອງຊົມຊອບທີ່ສຸດ ບັນດາແນວຫຼິ້ນພື້ນເມືອງຂອງ ຫວຽດນາມ ຍົກຕົວຢ່າງຄື ການຫຼິ້ນໝາກເສິກພື້ນເມືອງ, ເຕັ້ນເຊືອກ, ເຕະດອກຂົນໄກ່, ໂຍນໝາກຄອນ... ເມື່ອຫຼິ້ນ ນ້ອງຮູ້ສຶກວ່າມີຄວາມສະບາຍໃຈກວ່າ. ພາຍຫຼັງຮ່ຳຮຽນດ້ວຍຄວາມອິດເມື່ອຍ ແລະ ເຄັ່ງຕຶງ ເຮົາກໍ່ສາມາດລະຫຼິ້ນບັນເທີງ ດ້ວຍແນວຫຼິ້ນເຫຼົ່ານັ້ນ”.
ປັດຈຸບັນ, ໃນສະພາບການຫັນເປັນຕົວເມືອງພວມດຳເນີນຢ່າງແຂງແຮງ ພ້ອມກັບການພັດທະນາທາງວດ້ານວິທະຍາສາດ ແລະ ເຕັກໂນໂລຢີຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ການລະຫຼິ້ນພື້ນເມືອງ ຖືກສູນຫາຍໄປ ແລະ ແທນທີ່ດ້ວຍການຫຼິ້ນເກມອອນລາຍ ແລະ ແນວຫຼິ້ນຕ່າງໆທາງເຄືອຂ່າຍອິນເຕີເນັດ. ເພາະສະນັ້ນ ການຟື້ນຟູແນວຫຼີ້ນພື້ນເມືອງ ແມ່ນຕ້ອງມີການເລືອກເຟັ້ນ, ຄວນເລືອກເຟັ້ນເອົາບັນດາແນວຫຼິ້ນ ມີລັກສະນະປະຫວັດສາດ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ ແລະ ສາມາດຝຶກແອບທາງດ້ານສຸຂະພາບຮ່າງກາຍ ຕ້ອງປັດເຂ່ຍແນວຫຼິ້ນບໍ່ປອດໄພ ມີລັກສະນະການໃຊ້ຄວາມຮຸນແຮງ ເພື່ອມຸ່ງໄປສູ່ເປົ້າໝາຍການສຶກສາຄຸນສົມບັດ ແລະ ຈິດໃຈເຊີດຊູຊາດຕົນເອງໃນແຕ່ລະຄົນ. ທ່ານ ປອ ເຈິ່ນຫິວເຊີນ ຮອງປະທານສະມາຄົມວັນນະຄະດີ ສິລະປະພື້ນເມືອງ ຫວຽດນາມ ໃຫ້ຮູ້ວ່າ:
“ຢາກໃຫ້ແນວຫຼິ້ິນພື້ນເມືອງຄົງຕົວນັ້ນ ພວກເຮົາຕ້ອງມີບັນດາວິທີການແກ້ໄຂ, ວິທີການຈັດຕັ້ງ. ອົງການຄຸ້ມຄອງລັດ ຄວນຄົ້ນຄວ້າສ້າງກົນໄກນະໂຍບາຍ. ພວກເຮົາຕ້ອງນຳບັນດາແນວຫຼິ້ນພື້ນເມືອງເຂົ້າໃນບັນດາຄອບຄົວ, ແຕ່ລະຄຸ້ມ ບ້ານ, ແຕ່ລະໂຮງຮຽນ ແລະ ນຳແນວຫຼິ້ນພື້ນເມືອງເຂົ້າໃນເຄືອຂ່າຍອິນເຕີເນັດ, ຟີມຮູບເງົາ… ທັງນີ້ກໍ່ເປັນການດຶງດູດໃຈພວກນ້ອງ”.
ໃນຊຸມປີມໍ່ໆມານີ້ ແນວຫຼິ້ນພື້ນເມືອງໄດ້ຮັບການຟື້ນຟູຢູ່ບັນດາງານບຸນ, ຖືກນຳເຂົ້າບັນດາການເຄື່ອນໄຫວວັດທະນະທຳ ຢູ່ຫໍພິພິທະພັນ, ຫໍວັດທະນະທຳ, ໂຮງເຍົາວະຊົນ… ໃນບັນດາງານມະໂຫລານວັດທະນະທຳ, ບັນດາແນວຫຼິ້ນພື້ນເມືອງ ໄດ້ປາກົດຂຶ້ນນັບມື້ນັບຫຼາຍ, ອັນໄດ້ດຶງດູດເດັກນ້ອຍເຂົ້າຮ່ວມ ຢ່າງ ຫຼວງຫຼາຍ. ບັນດາໂຮງຮຽນ ກໍ່ໄດ້ຮັບການສົ່ງເສີມຈັດຕັ້ງການເຄື່ອນໄຫວຢູ່ກາງແຈ້ງ ໃນຊົ່ວໂມງຮຽນນອກຫຼັກສູດ ດ້ວຍບັນດາແນວຫຼິ້ນພື້ນເມືອງ ມີລັກສະນະສຶກສາອົບຮົມມູນເຊື້ອອັນດີງາມຂອງປູ່ຍ່າຕາຍາຍ. ອ້າຍ ຈູຕຽນດາດ ຊາວຮ່າໂນ້ຍ ຖືວ່າ:
“ຜົນປະໂຫຍດຂອງ ແນວຫຼິ້ນພື້ນເມືອງ ແມ່ນການລະຫຼິ້ນຢ່ອນອາລົມ. ທີສອງແມ່ນມີຜົນປະໂຫຍດທາງດ້ານກິລາກາຍຍະກຳ ມີຜົນປະໂຫຍດອີກອັນໜຶ່ງຂອງແນວຫຼິ້ນພື້ນເມືອງ ແມ່ນເດັກນ້ອຍໄດ້ຫຼິ້ນຮ່ວມກັບບັນດາໝູ່ເພື່ອນໃນບ້ານ ຢ່າງເບີກບານມ່ວນຊຶ່ນ”.
ໃນຕະຫຼອດໄລຍະປະຫວັດສາດຂອງຊາດຫວຽດນາມ, ແນວຫຼິ້ນພື້ນເມືອງແມ່ນມູນເຊື້ອອັນດີງາມ ອັນໄດ້ສ້າງຄວາມງາມຢ່າງເລິກເຊິ່ງທາງດ້ານວັດທະນະທຳຂອງຊາດ. ເມື່ອຄົນເຮົາເຕີບໃຫຍ່ຂຶ້ນ, ແນວຫຼິ້ນພື້ນເມືອງ ແມ່ນຄວາມຊົງຈຳ ເຊິ່ງໄດ້ຜູກພັນກັບຊຸມວັນເດືອນປີຄາວເຍົາໄວ. ການອະນຸລັກເສີມຂະຫຍາຍຄຸນຄ່າຂອງແນວຫຼິ້ນພື້ນເມືອງ ແມ່ນໜ້າທີ່ສຳຄັນຂອງຂະແໜງວັດທະນະທຳ ແລະ ຂອງທົ່ວສັງຄົມ. ຂະນະທີ່ການລະຫຼິ້ນພື້ນເມືອງຖືກຈັດຂຶ້ນຢ່າງເປັນປະຈຳນັ້ນ ຄວາມງາມທາງວັດທະນະທຳທີ່ເປັນມູນເຊື້ອຂອງຊາດ ຈະບໍ່ຖືກຫຼົງລືມ ແລະ ສູນຫາຍໄປ.