ການອະນຸລັກຮັກສາ ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ ພາຍຫຼັງກາຍເປັນມໍລະດົກໂລກ

    

ການອະນຸລັກຮັກສາ ການເຫຼື້ອມໄສໄຫວ້ບູຊາເຈົ້າຊີວິດຮຸ່ງ ພາຍຫຼັງກາຍເປັນມໍລະດົກໂລກ - ảnh 1
​ພິທີໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ ຢູ່​ແຂວງ​ຟູ້​ເທາະ - ຫວຽດນາມ
(ພາບ : baophutho)

   
   ການ​ເຫຼື້ອມ​ໄສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ຂອງ​ຫວຽດນາມ ຫາ​ກໍ​ໄດ້​ຮັບ​ການ​ຮັບຮອງ​ເອົາຈາກ​ອົງການ UNESCO ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ. ນີ້​ແມ່ນ​ຄວາມ​ເອກອ້າງ​ທະ​ທົ​ງ​ໃຈອັນ​ໃຫຍ່​ຫຼວງ​ຂອງ​ທົ່ວ​ທັງ​ຊາດ ​ເມື່ອ​ປະ​ເພນີ​ໄຫວ້​ບູຊາ​ບັນພະບູລຸດຂອງ​ຊາວ​ຫວຽດນາມ​ໄດ້​ຮັບ​ກນ​ເຊີດ​ຊູ​ຈາກ​ໂລກ. ​ແຕ່​ພ້ອມ​ກັບ​ນາມມະຍົດ​ອັນ​ສູງ​ສົ່ງ​ດັ່ງກ່າວ, ກໍ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຢ່າງ​ໜັກໜ່ວງ​ທີ່​ມີ​ຕໍ່​ປະ​ເທດຊາດ ​ແລະ ຊາວ​ຫວຽດນາມ, ນັ້ນ​ແມ່ນ​ຕ້ອງອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ວັດທະນະທຳ​ການ​ເຫຼື້ອມ​ໄສ ​ເພື່ອ​ໃຫ້ ບັນດາ​ຄຸນຄ່າມໍລະດົກສາມາດ​ແຜ່​ລາມ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ວົງ​ຄະນະ​ຍາດ ​ແລະ ບໍ່​ຖືກ​ສູນຫາຍ ​ແລະ ຫັນປ່ຽນ​ໄປ​ຕາມ​ການ​ເວລາ. ​

    ​ເມື່ອ​ສຽງສັນຍານ​​ດັງຂຶ້ນ​ຈາກ​ບ່ອນ​ນັ່ງ​ຂອງ​ປະທານ​ກອງ​ປະຊຸມ​ຄັ້ງ​ທີ່ 7 ຄະນະ ກຳມາ​ທິການ​ລະຫວ່າງ​ລັດຖະບານ​ສົນທິສັນຍາ ປີ 2003 ​ໂດຍຮັບຮອງ​ເອົາຂໍ້​ຕົກລົງ​ຮັບຮອງການ​ເຫຼື້ອມ​ໄສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງຢູ່​ແຂວງ​ຟູ້​ເທາະ ຂອງ​ຫວຽດນາມ​ແມ່ນ ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງຂອງ​ມວນ​ມະນຸດນັ້ນ, ສຽງ​ຕົບມືຊົມ​ເຊີຍ​ຂອງ​ບັນດາ​ຜູ້​ແທນໃນ​ຫໍປະຊຸມ​ໄດ້​ດັງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ເຊົາ. ປະຈຸ​ບັນ, ຫວຽດນາມ​ໄດ້​ມີ​ມໍລະດົກ​ຕື່ມ​ອີກ​ແຫ່ງ​ໜຶ່ງ​ໄດ້​ຮັບ​ການ​ຮັບຮອງ​ຈາກ​​ໂລກ ​ແລະ ສຳຄັນ​ກ່ວາ​ນັ້ນ, ປະ​ເພນີ​ໄຫວ້​ບູຊາ​ບັນພະບູລຸດທີ່​ສັກສິດ​ຂອງ​ຂອງ​ຊາດ​ຫວຽດນາມ​ໄດ້​ກາຍ​ເປັນ​ສິ່ງ​ທີ່​ຄຸນຄ່າ​ມີ​ຄວາມ​ໝາຍ​ເປັນ​ຕົວ​ແທນ​ໃນ​ທົ່ວ​ໂລກ. ການ​ເຫຼື້ອມ​ໄສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ແມ່ນມໍລະດົກ​ວັດທະນະທຳ​ທີ່​ສັກສິດ​ທີ່​ສຸດ​ຊຶ່ງ​ຊາວ​ຫວຽດນາມ​ຫຼາຍ​ລຸ່ນ​ຄົນ​ໄດ້​ສຸມ​ເຫື​່ອ​ເທ​ແຮງຮັກສາ ​ແລະ ຖ່າຍ​ທອດ​ໃຫ້​ລຸ່ນຄົນ​ປະຈຸ​ບັນ. ພາຍຫຼັງ​ມໍລະດົກ​ນີ້​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ອົງການ UNESCO ນັ້ນ, ​ເລື່ອງ​ສຳ​ຄັນອັນ​ດັບ​ໜຶ່ງ ​ແລະ ກໍ​ແມ່ນ​ວິທີ​ການ​ແກ້​ໄຂ​ຍາວ​ນານ​ຊຶ່ງ​ຫວຽດນາມ​ຕ້ອງ​ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ໃນ​ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍການ​ເຫຼື້ອມ​ໄສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ. ທ່ານ ຝ້າ​ມກ່າວ​ຟອງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ​ໃຫ້​ຮູ້​ວ່າ : “ ​ເລື່ອງ​ບັນລຸ​ໄດ້​ນາມ​ມະ​ຍົດພຽງ​ແຕ່​ແມ່ນ​ສ່ວນ​ໜຶ່ງ, ​ແຕ່ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍມໍລະດົກ​ຄື​ແນວ​ໃດ​ຈຶ່ງແມ່ນບັນຫາ​ສຳຄັນ. ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່​ທີ່​ຫວຽດນາມ​ພວມ​ມີ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ​ແມ່ນ​ຕ້ອງ​ນຳ​ໃຊ້​ບັນດາ​ນາມມະຍົດ​ທີ່​ບັນລຸ​ໄດ້​ເພື່ອ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ບັນດາ​ທ້ອງ​ຖິ່ນ​ທີ່​ມີ​ມໍລະດົກ​ເວົ້າສະ​ເພາະ ກໍ​ຄືຂອງ​ທັງປະ​ເທດ​ເວົ້າ​ລວມ. ຄະນະ​ກຳມະການ​ແຫ່ງ​ຊາດ​ໄດ້​ຕິດ​ຕໍ່​ພົວພັນ​ກັບ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ສາມາດ​ຊ່ວຍ​ພວກ​ເຮົາ​ທາງ​ດ້ານ​ເຕັກນິກ, ການ​ເງິນ​ເພື່ອ​ອະນຸລັກ​ຮັກສາມໍລະດົກ. ມໍລະດົກ​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ອະນຸລັກ​ຕາມ​ມາດຖານ ທາງ​ດ້ານ​ວິທະຍາ​ສາດ. ​ແລະ ​ເມື່ອ​ພວກ​ເຮົ​າໄດ້ຂະຫຍາຍ​ມໍລະດົກ​ນັ້ນ ກໍ​ຕ້ອງ​ເດີນ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ​​​ໄວ​້ໃຫ້​​ເສັ່ນລູກ​ເສັ່ນ​ຫຼານ​ໃນ​ອະນາຄົດ ”

    ​ເປັນ​ທີ່​ໄດ້​ຮັບ​ຊາບ​ແລ້ວ​ວ່າ ​ແຂວງ​ຟູ້​ເທາະ​ພວມ​ຄົ້ນ​ຄ້ວາຍຸ​ດທະ​ສາດການ​ອະນຸລັກ​ຮັກສາທີ່​ຍາວ​ນານກ່ຽວ​ກັບການ​ເຫຼື້ອມ​ໄສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ເພື່ອ​ປະກອບສ່ວນ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍຈຸດ​ວັດທະນະທຳ​ຂອງ​ຊາດ. ທ່ານ​ຮ່າ​ເກ້​ຊານ ຮອງ​ປະທານຄະນະ​ກຳມະການ​ປະຊາຊົນ​ແຂວງ​ຟູ້​ເທາະ​ໃຫ້​ຮູ້​ວ່າ : “ ກ່ອນ​ອື່ນ​ໝົດ ພວກ​ຂ້າພະ​ເຈົ້າ​ຈະ​ສຸມ​ໃສ່​ຍູ້​ແຮງ​ວຽກ​ງານ​ການ​ໂຄສະນາ​ກ່ຽວ​ກັບມໍລະດົກ​ນີ້ ​ເພື່ອ​ໃຫ້​ປະຊາຊົນ​ທັງ​ຢູ່ໃນ​​ປະ​ເທດ ​ແລະ ຕ່າງ​ປະ​ເທດ​ກໍ​ຄື​ເພື່ອນ​ມິດສາ​ກົນ​ສາມາດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບມໍລະດົກ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ. ​ໃນ​ປີ​ທີ່​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າ​ຈະ​ຈະ​ຈັດ​ຕັ້ງ​ພິທີໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​, ງານ​ບຸນ​ວິຫານ​ຮຸ່ງ ​, ພ້ອມກັບ​ພິທີ​ຮັບ​ໃບຢັ້ງຢືນມໍລະດົກການ​ເຫຼື້ອມ​ໄສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງໃຫ້​ເປັນ​ຢ່າງ​ດີ. ​ໃນ​ນັ້ນ, ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໄສຫຼາຍ​ກ່ວາ​ເພາະວ່າ ພວກ​ເຂົາ​ເຈົ້າ​ເອງ​ແມ່ນ​ຜູ້​ຮັກສາ ​ແລະ ສືບ​ທອດ​ຈາກ​ຄົນ​ລຸ່ນກ່ອນໆ ”

    ຕາມ​ທ່ານ​ຫງວຽນ​ຈີ້​ເບັນ ຫົວໜ້າ​ສະ​ຖາ​ບັນ​ວັດທະນະທຳ​ ​ແລະ ສິລະ​ປະຫວຽດນາມ​ແລ້ວ, ສິ່ງ​ສຳຄັນ​ທີ່​ບໍ່​ອາດ​ຫຼົງ​ລືມ​ໄດ້​ແມ່ນ​ຕ້ອງ​ເສີມ​ຂະຫຍາຍ​ການ​ເຂົ້າຮ່ວມ​ຂອງ​ວົງ​ຄະນະ​ຍາດ​ເຂົ້າ​ໃນການ​ອະນຸລັກ​ຮັກສາມໍລະດົກ. ທ່ານ​ກ່າວ​ວ່າ : “ ສຳລັບມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ເປັນ​ຕົວ​ແທນ​ຂອງ​ມວນ​ມະນຸດ, UNESCO ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ບັນດາມໍລະດົກຊຶ່ງ​ໄດ້​ຮັບ​ການອະນຸລັກ​ຮັກສາ ​, ​ເສີມ​ຂະຫຍາຍ ​ແລະ ຖ່າຍ​ທອດ​ໃນ​ວົງ​ຄະນະ​ຍາດ​ຄື​ແນວ​ໃດ. ​ເຂົາ​ເຈົ້າ​ຮຽກຮ້ອງ​ໃຫ້​ວົງ​ຄະນະ​ຍາດ​ຕ້ອງ​ເປັນ​ເຈົ້າ​ຂອງວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ ”

      ຕາມ​ທ່ານ​ນາງ ຫງວຽນ​ທິມິນຫຼີ ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ​ແລະ ​ເສີມ​ຂະຫຍາຍມໍລະດົກ ສັງກັດ​ສະມາຄົມມໍລະດົກ​ຫວຽດນາມແລ້ວ, ສິ່ງ​ທີ່​ສຳຄັນ​ກ່ວາ​ໝູ່, ນັ້ນ​ແມ່ນ​ຕ້ອງ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ​ເປັນ​ຕົ້ນ​ແມ່ນ​ໄວ​ໜຸ່ມ ກ່ຽວ​ກັບ​ບັນດາ​ຄຸນຄ່າ​ຂອງມໍລະດົກ​ເພື່ອ​ໃຫ້​ທຸກໆ​ຄົນ​ສາມາດ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່ວັດທະນະທຳ​ການ​ເຫຼື້ອມ​ໄສ​ຊຶ່ງ​ວົງ​ຄະນະ​ຍາດ​ໄດ້​ເລືອກ​ເຟັ້ນ ​ແລະ ​ເຄົາລົບ​ນັບຖື. ຕາມ​ທ່ານ​ນາງ ຫງວຽນ​ທິມິນຫຼີ ​ເວົ້າ​ວ່າ :

    “ ຕ້ອງ​ສົມທົບ, ສົນທະນາ​ກັບ​ໄວ​ໜຸ່ມ ຍ້ອນ​ຂ້າພະ​ເຈົ້າ​ຖື​ວ່າ ພວກ​ໄວ​ໜຸ່ມ ​ເຂົາ​ເຈົ້າ​ບໍ່​ເຂົ້າ​ໃຈ​ຫຼາຍປານ​ໃດ​ກ່ຽວ​ກັບ​ບັນດາ​ພິທີກຳ ​ແລະ ​ການ​ປັບປຸງ ຊຶ່ງ​ເຂົາ​ເຈົ້າ​ຕ້ອງ​ເຂົ້າ​ຮ່ວມ​ໃນ​ປະ​ເພນີ​ນັ້ນ. ​ແລະ ພວກ​ເຮົາຕ້ອງ​ຜູກ​ຮັດ​ປະ​ເພນີ​ທີ່​ມີ​ຄວາມ​ໝາຍເຫຼົ່າ​ນັ້ນກັບປະ​ເພນີ​ປະຈຳ​ວັນ​ຢູ່​ໃນ​ຄອບຄົວ, ນັ້ນ​ແມ່ນ​ປະ​ເພນີ​ໄຫວ້​ບູຊາ​ບັນພະ​ບູລຸດ ”

     ​ເພື່ອ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ ມໍລະດົກວັດທະນະທຳ​ພິ​ເສດ​ຂອງ​ໂລກ ຄືການ​ເຫຼື້ອມ​ໄສ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງນັ້ນ, ​ໃນ​ສະ​ເພາະ​ໜ້າ, ​ແຂວງ​ຟູ້​ເທາະ​ຈະ​ສຸມ​ໃສ່ຈັດ​ຕັ້ງ​ງານ​ບຸນວິຫານ​ຮຸ່ງ​ປີ 2013 ​ໃຫ້​ເປັນ​ຢ່າງ​ດີ. ​ໃນ​ຍາວ​ນານ, ​ແຂວງ​ຟູ້​ເທາະ ຈະ​ສ້າງ​ໂຄງການ​ດຳ​ເນີນ​ງານ​ດ້ວຍ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່ ມໍລະດົກວັດທະນະທຳ​​ໃໝ່​ຂອງໂລກທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ