ການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳເຜົ່າຈຳ

(vovworld)- ໃນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຫວຽດ​ນາມ, ວັດ​ທະ​ນະ​ທຳ​ເຜົ່າ ຈຳ ​​ໄດ້ສ້າງ​​ຂີດ​ໝາຍ​ໃນ​ຫລາຍ​ຂົງ​ເຂດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ສະ​ໄຫມ​ໂລ​ກາ​ພິ​ວັດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ປະ​ຈຸ​ບັນ, ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເຜົ່າ ຈຳ ພວມ​ຢືນ​ຢູ່ຕໍ່​ຫນ້າ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​: “ການອະ ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳເຜົ່າ​ຈຳ”ຂອງ​ນັກ​ຂ່າວ ທູ່ຍ​ລີງ ໄດ້ຄັດສະ​ເຫນີ​ຄຳ​ເຫັນ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ ວິ​ທະ​ຍາ​ສາດ “ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ກັບ​ການ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​​ແຫ່ງ​ການພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ ເທດ​ຊາດ” ໂດຍ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ​ສົມ​ທົບ​ກັບ​ແຂວງ ອານ​ຢາງ ຈັດ​ຕັ້ງ​ຫວ່າງ​ແລ້ວນີ້.
ການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳເຜົ່າຈຳ - ảnh 1
ປາ​ຕິ​ມາ​ກຳ​ໃນ​ວິ​ຫານ​ທາດ​ຈຳ

        ຂີດ​ໝາຍ​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ໄດ້​ສະ​ແດງ​ຢ່າງ​ຈະ​ແຈ້ງ​ໃນ​ສະ​ຖາ​ປັດ​ຕະ​ຍະ​ກຳ, ​ປະ​ຕິ​ມາ​ກຳ ແລະ ບັນ​ດາ​ຂົງ​ເຂດ​ອື່ນ​ຄື: ຮີດ​ຄອງ​ປະ​ເພ​ນີ, ງານ​ບຸນ, ການ​ເຫລື້ອມ​ໃສ, ສາ​ສະ​ຫນາ, ຄຳ​ເວົ້າ, ຕົວ​ຫນັງ​ສື, ດົນ​ຕີ, ສິ​ລະ​ປະ​ການ​ສະ​ແດງ.. ໃນ​ໄລ​ຍະ​​ພົວ​ພັນ ແລກ​ປ່ຽນ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ປະ​ຈຸ​ບັນ, ມີ​ຄຸນ​ຄ່າ​ວັດ​ທະ​ນະ​ທຳຫລາຍ​ຢ່າງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ເລື່ອງ​ນິ​ທານ, ເອ​ກະ​ສານ​ດ້ານ​ວັນ​ນະ​ຄະ​ດີ​ບູ​ຮານ​ນັບ​ພັນໆ​ຫນ້າ​ຂຽນ​ດ້ວຍ Akhar Thrah ມີ​ມາ​ແຕ່​ສັດ​ຕະ​ວັດ​ທີ XVI ມີ​ຄວາມ​ສ່ຽງອາດ​ຈະ​ຖືກ​ສູນຫາຍ​ໄປ. ເພື່ອ​ໃຫ້​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ຄົງ​ຕົວ ແລະ ພັດ​ທະ​ນາ​ພ້ອມ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ເຜົ່າ​ອ້າຍ​ນ້ອງ, ປະ​ຊາ​ຄົມ​ຊາວ​ເຜົ່າ​ຈຳ ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍດ້ານ​ພາ​ສາ, ຕົວ​ຫນັງ​ສື​ຂອງ​ເຜົ່າ​ຕົນ, ເປັນ​ຕົ້ນ​ແມ່ນ​ການ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ຕົວ​ຫນັງ​ສື​ຈຳ​ບູ​ຮານ. ຄຽງ​ຄູ່​ກັນ​ນັ້ນ ການ​ສິດ​ສອນ​ຕົວ​ຫນັງ​ສື​ຈຳ​ບູ​ຮານ ຊ່ວຍ​ໃຫ້​ໄວ​ຫນຸ່ມ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​​ຄວາມ​ເປັນ​ມາ​ຂອງ​ ຊາດ ແລະ ຂຽນ​ຕົວ​ຫນັງ​ສື​ຂອງ​ເຜົ່າ​ຕົນ​ໄດ້​ດີກວ່າ.  ທ່ານ ເທີບ​ລຽນ​ເຈື໋ອງ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ​ຢູ່ ແຂວງ ນິງ​ທ້ວນ ໃຫ້​ຮູ້​ວ່າ:

        “ການ​ສິດ​ສອນ​ພາ​ສາ​ເຜົ່າ​ຈຳ​ແມ່ນ​ຕ່າງ​ກັນ​ກັບ​ພາ​ສາ​ຫວຽດ, ສຳ​ລ​ັບ​ພາ​ສາ​ຫວຽດ ມີ​ພຽງ​ແຕ່ພະ​ຍາງຫນຶ່ງ ແຕ່​ສຳ​ລັບ​ພາ​ສາ​ເຜົ່າ​ຈຳ ມີ​ຫລາຍ​ພະ​ຍາງ. ສະ​ນັ້ນ ຕ້ອງ​ຄັດ​ເລືອກວິ​ທີ​ໃດ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ພາ​ສາ ແລະ ຕົວ​ຫນັງ​ສື​ຂອງ​ເຜົ່າ​ຕົນ​ເພື່ອ​ນຳ​ເອົາເຂົ້າ​​ໃນ​ຫລັກ​ສູດການ​​ສອນ.”

        ຊາວ​ເຜົ່າ​ຈຳ ກໍ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​​ໃນ​ການ​ສ້າງບັນ​ດາ​ຄຸນ​ຄ່າ​ດົນ​ຕີ, ສິ​ລະ​ປະ​​ຂອງ​ເຜົ່າ​​ຈຳທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ແລະ ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ດຳ​ເນີນ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ​ວົງ​ຄະ​ນາ​ຍາດ, ສ້າງ​ບັນ​ດາ​ເຄື່ອງ​ດົນ​ຕີ​ທີ​່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ພິ​ນ Ka nhi, ​ກອງ Ba ra nung, ແຄ່ນ Saranai, ຄ້ອງ… ດ້ວຍ​ເຄື່ອງ​ດົນ​ຕີ ແຕ່​ລະ​ຊະ​ນິດ, ຊາວ​ເຜົ່າ​ຈຳ ພັດ​ສ້າງ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ​ດົນ​ຕີ​ທີ່​ເປັນ​ເອ​ກະ​ລັກ​ສະ​ ເພາະ ບໍ່​ຄື​ກັນ​ກັບ​ເຄື່ອງ​ດົນ​ຕີ​ຂອງ​ເຜົ່າ​ອື່ນ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ການ​ສະ​ແດງ​​ເສບເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ເຜົ່າ​ຈຳ ປະ​ຈຸ​ບັນ ພຽງ​ໄດ້​ນຳ​ໃຊ້​ໃນ​ການ​ດຳ​ເນີນ​ຊີ​ວິດ​ຂອງວົງ​ຄະ​ນາ​ຍາດ ຜ່ານ​ບັນ​ດາ​ພິ​ທີ​ການ​ທາງ​ສາ​ສະ​ຫນາ, ຫາກ ບໍ່​ໄດ້ນ​ຳ​ເອົາ​​ສະ​ແດງ​ຢ່າງກວ້າງ​ຂວາງ​ໃນ​ປະ​ຊາ​ຄົມ​ບັນ​ດາ​ເຜົ່າ. ບັນ​ດາ​ບົດ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ຈຳ​ປະ​ຈຸ​ບັນ ນັບ​ມື້​ນັບ​ຫນ້ອຍ​ລົງ. ປະ​ລິ​ຍາ​ໂທ ຫວູ​ທິ​ກີມ​ອຽນ, ບັນ​ນາ​ທິ​ການ​​ລາຍ​ການດົນ​ຕີ ສັງ​ກັດໂທ​ລະ​ພາບ ນະ​ຄອນໂຮ່​ຈິ​ມີນ ຖື​ວ່າ ເພື່ອ​ໃຫ້​ບັນ​ດາ​ຄຸນ​ຄ່າ​ດົນ​ຕີ​ເຜົ່າ​ຈຳ ຄົງ​ຕົວ, ພັດ​ທະ​ນາ ຮ່ວມ​ເດີນ​ທາງ​ກັບ​ວົງ​ຄະ​ນາ​ຍາດ​ເຜົ່າ​ຈຳ ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ລ​ວມ​ຂອງ​ປະ​ເທດ​ຊາດ, ຄວນ​ເອົາ​ໃຈ​ໃສ່​ເຖິງ​ມາດ​ຕະ​ການ​ຈຳ​ນວນ​ຫນຶ່ງ.

        “ສຳ​ລັບ​ລູກ​ຫລານຊາວ​ເຜົ່າ​ຈຳ ຄວນ​ມີ​ລະ​ບອບ​ບຸ​ລິ​ມະ​ສິດ​ໃດ​ຫນຶ່ງ​ເພື່ອ​ໃຫ້​ຜູ້​ໃດ​ມີ​ພອນ​ສະ​ຫວັນ​ສາ​ ມາດ​ມາຮຽນ. ເຂົາ​ເຈົ້າ​ເອງ​ແມ່ນ​ຊາວ​ເຜົ່າ​ຈຳ ແລະ ສົມ​ທົບ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ​້​ຮັບ​ການ​ບຳ​ລຸງ​ສ້າງ ແນ່ນອນ​ວ່າ​ຈະ​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເໝາະ​ສົມ​ກັບ​ແນວ​ຄິດຈິດ​ໃຈຂ​ອງ​​ ປະ​ຊາ​ຊົນຊົນ​ເຜົ່າ ທັງ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ວິ​ຊາ​ສະ​ເພາະ, ເໝາະ​ສົມ​ກັບ​ທ່າ​ອ່ຽງ​ຂອງ​ຍຸກ​ສະ​ໄຫມ.”

        ໄລ​ຍະ​ມໍ່ໆ​ມານີ້ ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ດ້ານ​ວັດ​ທະ​ນະ​ທຳ ກໍ​ສະ​ເຫນີ​ຄຳ​ເຫັນ: ຄວນ​ນຳ​ເອົາ​ເຄື່ອງ​ດົນ​ຕີ​​ພື້ນ​ເມືອງ, ເພງ​ພື້ນ​ເມືອງ​ຂອງ​ເຜົ່າ​ຈຳ​ເຂົ້າ​ໃນ​ການ​ດຳ​ເນີນ​ຊີ​ວິດ​ການບັນ​ເທິງຢູ​່​ ພ​າຍ​ໃນ ແລະ ນອກວົງ​ຄະ​ນາ​ຍາດ. ບັນ​ດາ​ນັກ​ສິ​ລະ​ປິນ, ສິ​ລະ​ປະ ​ກ​ອນແລະ ບັນ​ດາ​ອົງ​ການ​ທີ່​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ຄົ້​ນ​ຄ້​ວາ​ເພ​ື່ອ​ອັດ​ສຽງ​ ດົນ​ຕີ ແລະ ຈຳ​ຫນ່າຍ​ແຜ່ນ CD ດົນ​ຕີ​ພື້ນ​ເມືອງ​ຂອງເຜົ່າ​ຈຳ ແນ​ໃສ່​ຮັກ​ສາ, ໂຄ​ສະ​ນາ ແລະ ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ໃນ​ການຊອກ​ຮູ້, ​ຄວາມ​ນິ​ຍົມ​ຮັບ​ຟັງ​ດົນ​ຕີ​​ພື້ນ​ເມືອງຂອງ​​ປະ​ຊາ​ຊົນຫລາຍ​ຄົນ. ພ້ອມ​ກັນ​ນັ້ນ ຄວນ​ໂຄ​ສະ​ນາ​ດົນ​ຕີ​ຂອງ​ຊາວ​ເຜົ່າ​ຈຳ​ຜ່ານ​ພາ​ຫະ​ນະ​ສື່ມວ​ນ​ຊົນ​ຫລາຍກວ່າ.

        ຕາມ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ແລ້ວ, ການ​ຊອກ​ຫາ​ຄວາມ​ສາ​ມາດ​​ຮັບ​ເອົາ​​​ດ້ານວັດ​ທ​ະ​ນະ​ທຳ​ ຂອງວົງ​ຄະ​ນາ​ຍາດ​ຊາວ​ເຜົ່າ​ຈຳ ເພື່ອ​ມີ​ຍຸດ​ທະ​ສາດ​ຮັກ​ສາ, ຄົ້ນ​ຄ້​ວາ ເຮັດ​ແຈ້ງ​ບັນ​ດາ​​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ ເຜົ່າ​ຈຳ. ​ປອ ຟູ​ວັນ​ຫັນ, ຮອງ​ຫົວ​ຫນ້າ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ຄົມ ເຂດ​ພາກ​ໃຕ້, ສັງ​ກັດ​ສະ​ພາ​ມະ​ຫາ​ບັນ​ດີດ ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “​ໃນ​ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນະ​ທຳ​ທີ​່​ມີ​ຫລາຍ​ຮູບ​ແບບ​​ ຂອງພາກ​ໃຕ້​ຫວຽດ​ນາມນັ້ນ, ວັດ​ທະ​ນະ​ທຳ​​ເຜົ່າ​ຈຳ ບໍ່​ມີ​ການ​ປ່ຽນ​ແປງ​ປານ​ໃດ. ວັດ​ທະ​ນະ​ທຳ​ເຜົ່າ​ຈຳ ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ພິ​ເສດ ນັ້ນ​ແມ່ນ​ບັນ​ດາ​ປັດ​ໄຈ​ວັດ​ທະ​ນະ​ທຳ ອິດ​ສະ​ລາມ. ນອກນັ້ນ ຮູບ​ການ​ວັດ​ທະ​ນະ​ທຳ​ຂອງ​ເຜົ່າ​ຈຳ​ ກໍ​ມີ​ຫລາຍ​ຮູບ​ແບບ​ຄື: ພາ​ສາ, ດົນ​ຕີ, ການ​ດຳ​ເນີນ​ຊີ​ວິດ​ຂອງ​ວົງ​ຄະ​ນາ​ຍາດ​ເຂັ້ມ​ຂົ້ນ​ໄປ​ດ້​ວຍ​ສີ​ສັນ​​ຊົ​ນ​ ເຜົ່າ ສະ​ນັ້ນ ພວກ​ເຮົາ ຄວນ​ເຄົາ​ລົບ, ອະ​ນຸ​ລັກ​ຮັກ​ສາ, ເຮັດ​ໄດ້​ຄື​ແນວນັ້ນ ເຂົາ​ເຈົ້າ​ຈຶ່ງ​ຮັກ​ສາ​ວັດ​ທະ​ນະ​ທຳ​ເຜົ່າ​ຈຳ​ໄດ້.”

ການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳເຜົ່າຈຳ - ảnh 2
ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ເຜົ່າ​ຈຳ

        ​ຄຳ​ເຫັນ​ປະ​ກອບ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ “ວັດ​ທະ​ນະ​ທຳ​ຊາວ​ເຜົ່າ​ຈຳ ດ້ວຍ​ການ​ຕອ​ບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ ຊາດ” ແມ່ນ​ຊ່ວຍໄດ້​ສ່ວນ​ຫນຶ່ງ​ໃຫ້​ບັນ​ດາ​ນັກ​ຄົ້​ນ​ຄ້​ວາ​ດ້ານ​ວັດ​ທະ​ນະ​ທຳ ມີ​ຄວາມ​ເຂົ້າ​ໃຈ​ສະ​ພາບ​ການມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຊາວ​ເຜົ່າ​ຈຳ​ໃນ​ໄລ​ຍະ ​ປະ​ຈຸ​ບັນ. ບັນ​ດາ​ຄຳ​ເຫັນ​ນີ້​ກໍ​ໄດ້​ຊ່ວຍ​ໃຫ້​ວົງ​ຄະ​ນາ​ຍາດ​ຊາວ​ເຜົ່າ​ຈຳ​ເຫັນ​ໄດ້​ ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ການ​ອະ​ນຸ​ລັກ​ຮັກ​ສາ, ພັດ​ທະ​ນາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ເຜົ່າ​ຕົນ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ